ພັກ,ລັດຍາມໃດກໍ່ເອົາໃຈໃສ່ສົ່ງເສີມຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

ພັກ,ລັດຍາມໃດກໍ່ເອົາໃຈໃສ່ສົ່ງເສີມຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ - ảnh 1
ພັກ, ລັດຍາມໃດກໍ່ເອົາໃຈໃສ່ສົ່ງເສີມຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ
(ພາບ: qdnd.vn)

(vovworld) – ​​ ຕອນ​ບ່າຍ​ວັນ​ທີ 18/12 ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ອວງຈູ​ລື​ວ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ແມ່ ຫວຽດນາມ ວິລະ​ຊົນ, ບັນດາ​ນັກຮົບ​ເກົ່າ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ ​​ເນື່ອງ​ໃນ​ໂອກາດ​ຄະນະ​ມາ ຮ່າ​ໂນ້ຍ ​ເຂົ້າ​ຮ່ວມ​ລາຍການ: ກັບ​ຄືນ​ສູ່ສະໜາມຮົບ​ເກົ່າ - ສະ​ແດງ​ຄວາມ​ຮູ້​ບຸນຄຸນ ຕໍ່​ເພື່ອນ​ຮ່ວມ​ກົມ​ກອງ,  ລາຍການ​ໄດ້​ຮັບ​ການ​ຈັດ​ຕັ້ງ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ ຫວຽດນາມ (22/12/1944 – 22/12/2015), 26 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຂອງສະມາຄົມ​ນັກຮົບ​ເກົ່າ ຫວຽດນາມ (6/12/1989 – 6/12/2015). ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ຊີ້​ແຈ້ງວ່າ: ນະ​ໂຍບາຍ​ໃຫ້ບຸລິມະສິດ​ແກ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ ຍາມ​ໃດ​ກໍ່​ແມ່ນ​ນະ​ໂຍບາຍ​ຈຸດ​ສຸມ, ​ໄດ້​ຮັບ​ບຸລິມະສິດ​ໃນ​ລະບົບ​ນະ​ໂຍບາຍ​ສັງຄົມ​ຂອງພັກ ​ແລະ ລັດ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ບັນດາ​ທ້ອງ​ຖິ່ນ, ຂະ​ແໜງ​ການ, ຂັ້ນ​ຕ່າງໆໃນ​ໄລຍະ​ຈະ​ມາ​ເຖິງ ສືບ​ຕໍ່ຊາບ​ຊຶມ​ແຜນ​ນະ​ໂຍບາຍ​​ແນວ​ທາງ​ຂອງ​ພັກ ​ແລະ ລັດ​ຢ່າງ​​ເລິກ​ເຊິ່ງ ກ່ຽວ​ກັບ​ນະ​ໂຍບາຍ​​ໃຫ້ບຸລິມະສິດ​ແກ່ຜູ້​ມີ​ຄຸນ​ງາມ​ຄວາມ​ດີຕໍ່​ການ​ປະຕິວັດ.

ຂ່າວ/ບົດ​ອື່ນ