ພັກ,ລັດເບິ່ງແຍງດູແລໃຫ້ບັນດາຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

ພັກ,ລັດເບິ່ງແຍງດູແລໃຫ້ບັນດາຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ໃຫ້ການ​ຕ້ອນຮັບ​ບັນດາ​ອະ​ດີດນັກ​ໂທ​ດການ​ເມືອງ ​ແລະ ນັກ​ໂທດຍິງ​ນະຄອນ ​ໂຮ່ຈີ​ມິ​ງ

(vovworld) – ຕອນ​ບ່າຍ​ວັນ​ທີ 21/4, ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ໃຫ້ການ​ຕ້ອນຮັບ​ບັນດາ​ອະ​ດີດນັກ​ໂທ​ດການ​ເມືອງ ​ແລະ ນັກ​ໂທດຍິງ​ນະຄອນ ​ໂຮ່ຈີ​ມິ​ງ. ຕາງໜ້າ​ໃຫ້​ພັກ, ລັດ, ທ່ານ​ນາງຮອງ​ປະທານ​ປະ​ເທ​​ດ ຫງວຽນ​ທິຢວານ ຢືນຢັນ​ວ່າ ການ​ປະກອບສ່ວນ​ຂອງ​ບັນດາ​ອະ​ດີດນັກ​ໂທດການ​ເມືອງ​ໃນ​ໄລຍະ​ຕໍ່ຕ້ານ​ຕານ ອາ​ເມ​ລິ​ກາ ​ແລະ ​ໃນ​ໄລຍະ​ສັນຕິພາບ ພວມ​ປະກອບສ່ວນ​ສ້າງ​​​ປະຫວັດສາດ​ອັນສະຫງ່າ​ອົງອາດ​ຂອງ​ຊາດ ຫວຽດນາມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ເນັ້ນ​ໜັກ​ວ່າ: ປະ​ເທ​ດຊາດ​ພວມ​ຢືນ​ຕໍ່ໜ້າ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ຈຳ​ເປັນຕ້ອງ​ໄດ້​ຮັບການ​ປະກອບສ່ວນ​ຂອງ​ບັນດາ​ອະ​ດີດນັກ​ໂທດ​ການ​ເມືອງ, ຫວັງ​ວ່າ​ບັນດາ​ອະ​ດີດນັກ​​ໂທ​ດການ​ເມືອງ​ຈະສືບ​ຕໍ່​ຜັນ​ຂະຫຍາຍ​ ນ້ຳ​ໃຈ​ພິລະ​ອາດ​ຫານວິລະ​ຊົນ​ປະຕິວັດ, ສືບ​ຕໍ່​ຊ່ວ​​ຍ​ເຫຼືອ​ເພື່ອນ​ຮ່ວມ​ກົມ​ກອງ ຜູ້​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ຄຽງ​ຄູ່​ກັນ​ນັ້ນ, ປະຕິບັດ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ​ຢູ່​ຮາກ​ຖານ​ເປັນ​ຢ່າງ​ດີ, ສືບ​ຕໍ່​ສຶກສາ​ມູນ​ເຊື້ອ​ປະຕິ​ວັດ​ໃຫ້​ລຸ້ນໜຸ່ມ​ດ້ວຍ​ຫຼາຍ​ຮູບ​ແບບ.


ຂ່າວ/ບົດ​ອື່ນ