ພັກເພື່ອ ໄທ ຈະເຂົ້າຮ່ວມການເຈລະຈາໄກ່ເກ່ຍປອງດອງ

ພັກເພື່ອ ໄທ ຈະເຂົ້າຮ່ວມການເຈລະຈາໄກ່ເກ່ຍປອງດອງ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 21/02 ການ​ນຳ​ພັກ​ເພື່ອ ໄທ ​ໃຫ້​ຮູ້​ວ່າ: ພັກ​ນີ້​ຈະ​ເຂົ້າ​ຮ່ວມ​ການ​ເຈລະຈາ​ໄກ່​ເກ່​ຍປອງ​ດອງ​ໂດຍ​ລັດຖະບານ​ສົ່ງ​ເສີມ​ໃນ​ວັນ​ທີ 08/03 ຈະ​ມາ​ເຖິງ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ປຶກສາ​ຫາລື​ທຸກ​ບັນຫາ ນອກ​ຈາກບັນຫາ​ຍຸດ​ທະ​ສາດ​ແຫ່ງ​ຊາດ 20 ປີ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະຈຸ​ບັນ ຍັງ​ບໍ່​ທັນຮູ້​ວ່າ ທ່ານ​ນາງ​ອະດີດ​ນາຍົກລັດຖະມົນຕີ ຍິງຣັກ ສິນ​ນະ​ວັດ ຈະ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຫຼື​ບໍ່. ຕາມ​ທ່ານ ພູມ​ທຳ ​ເວັດ​ຈະ​ຢະ​ໃຈ ຜູ້​ຮັກສາ​​ການເລຂາທິການ​ໃຫຍ່​ພັກ​ເພື່ອ​ໄທ ​ແລ້ວ ພັກ​ນີ້​ເຫັນ​ດີ​ເປັນ​ເອກະ​ພາບ​ວ່າ ສັງຄົມ ​ໄທ ຄວນ​ມີການ​ໄກ່​ເກ່​ຍປອງ​ດອງ ​ແລະ ​ເລື່ອງ​ປືກສາ​ຫາລື​ຢ່າງ​ເປີດ​ເຜີຍ​ບັນດາ​ບັນ​ຫາ ຈະ​ນຳ​ມາ​​ເຊິ່ງໝາກຜົນ​ແທດ​ຈິງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ທ່ານ ພູມ​ທຳ ​ເວັດ​ຈະ​ຢະ​ໃຈ ກໍ່​ຖື​ວ່າ: ລັດຖະບານ​ຄວນ​ຮັບປະກັນ​ຕໍ່ປະຊາຊົນ​ກ່ຽວ​ກັບ​ຄວາມ​ຈິງ​ມີ​ການ​ໄກ່​ເກ່​ຍປອງ​ດອງ ​ແລະ ນັ້ນ​ແມ່ນ​ການ​ໄກ່​ເກ່​ຍປອງ​ດອງຢ່າງຈິງ​ໃຈ ດ້ວຍ​ການ​ຮັບ​ຮູ້​ບັນດາ​ທັດສະນະ​ແຕກ​ຕ່າງ​ກັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ