ພັກເພື່ອໄທອອກຖະແຫຼງການສະໜັບສະໜູນອະດີດນາຍົກລັດຖະມົນຕີຍິ່ງລັກຊິນນະວັດ

ພັກເພື່ອໄທອອກຖະແຫຼງການສະໜັບສະໜູນອະດີດນາຍົກລັດຖະມົນຕີຍິ່ງລັກຊິນນະວັດ  - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 22/10, ພັກ​ເພື່ອ​ໄທ, ພັກ​ການ​ເມືອງ​ຂອງ​ຝ່າຍ​ເສື້ອ​ແດງ, ​ໄດ້​ອອກ​ຖະ​ແຫຼ​ງການປົກປ້ອງທ່ານ​ນາງອະດີດ​ນາຍົກລັດຖະມົນຕີ ຍິງ​ລັກ ຊິນນະ​ວັດ ຕໍ່​ບັນດາ​ຄຳກ່າວ​ຫາ ​ແລະ ຄວາມດັນ​ຂອງ​ອຳນາດ​ການ​ປົກ​ຄອງ​ການ​ທະຫານ​ກ່ຽວ​ກັບ​ໂຄງການ​ໜູນ​ຊ່ວຍ​ລາຄາ​ເຂົ້າສານ ​ເຊິ່ງ​ໄດ້​ກໍ່​ໃຫ້​ເກີດ​ການ​ໂຕ້​ຖຽງ​ກັນໃນ​ໄລຍະ​ທ່ານ​ນາງ ຍິງ​ລັກ ຂຶ້ນ​ກຳ​ອຳ​ນາດ. ພັກ​ເພື່ອ​​ໄທ ຖະ​ແຫຼ​ງວ່າ: ​ໂຄງການ​ໜູນ​ຊ່ວຍ​ລາຄາ​ເຂົ້າສານ ​ແມ່ນ​ນະ​ໂຍບາຍ​ແຖວ​ໜ້າ​ຂອງ​ພັກ​ນີ້ ​ເພື່ອ​ແນ​ໃສ່​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ 3,7 ລ້ານ​ຄອບຄົວ​ຊາວ​ກະສິກອນ ​ໄທ, ​ເທົ່າກັບ 23% ຈຳນວນພົນລະ​ເມືອງ​ຂອງ​ປະ​ເທດ​ນີ້. ນະ​ໂຍບາຍ​ດັ່ງກ່າວ ​ໄດ້​ປະກາດ​ໃນການ​ເລືອກ​ຕັ້ງ​ເມື່ອ​ປີ 2011 ​ແລະ ຊ່ວຍ​ໃຫ້​ພັກ​ນີ້​ຍາດ​​ໄດ້​ໄຊຊະນະ. ພັກ​ເພື່ອ​​​ໄທ ຢືນຢັນ​ວ່າ: ນີ້​ບໍ່​ແມ່ນ​ນະ​ໂຍບາຍຈອບ​ອອຍ​ປະຊາຊົນ ຫາກ​ໄດ້​ປະຕິບັດ​ຕາມຂໍ້​ກຳນົດຕ່າງໆ​ຂອງ​ລັດຖະທຳ​ມະນູນ​ປີ 2007 ກ່ຽວ​ກັບ​ນະ​ໂຍບາຍ​ແຫ່ງ​ລັດ.


ຂ່າວ/ບົດ​ອື່ນ