ພັກເສລີ-ແຫ່ງຊາດຝ່າຍ ຄ້ານຍາດໄດ້ໄຊຊະນະ ໃນການເລືອກດຕັ້ງ ທົ່ວປະເທດອົດສະຕາລີ

ພັກເສລີ-ແຫ່ງຊາດຝ່າຍ ຄ້ານຍາດໄດ້ໄຊຊະນະ ໃນການເລືອກດຕັ້ງ ທົ່ວປະເທດອົດສະຕາລີ - ảnh 1 

(ພາບ: baomoi.com)

(vovworld)-​​​​ ​ ພັກ​ເສລີ-​ແຫ່ງ​ຊາດ​ຝ່າຍ​ຄ້ານ​ໂດຍ​ທ່ານ Tony Abbott ນຳ​ໜ້າ​ໄດ້​ຮັບ​ໄຊຊະນະ​ ຕໍ່ພັກ​ຄອງ​ເກດ​ກຳ​ອຳນາດຂອງ​ນາຍົກລັດຖະມົນຕີ Kevin Rudd  ໃນ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດອົດ​ສະ​ຕາ​ລີ ຊື່​ງດຳ​ເນີນ​ໄປ​ໃນວັນ​ທີ 7/9. ໝາກຜົນ​ການກວດ​ກ່ວາ 90% ບັດ​ເລືອກ​ຕັ້ງ​ໂດຍ​ຄະນະ​ກຳມະການ​ເລືອກ​ຕັ້ງອົດ​ສະ​ຕາ​ລີ ປະກາດ​ໃຫ້​ເຫັນ​ວ່າ: ພັກ​ເສລີ-​ແຫ່ງ​ຊາດຍາດ​ໄດ້ 90 ທີ່​ນັ່ງໃນ​ສະພາ​ຕຳ່ ຊື່​ງລວມມີ​ທັງ​ໝົດ 150 ທີ່​ນັ່ງ ​ແລະ ສາມາດ​ສ້າງຕັ້ງລັດຖະ​ບານ​ໄດ້ ​ໃນ​ຂະນະ​ທີ່ພັກ​ຄອງ​ເກດ​ຍາດໄດ​້ພຽງ 55 ທີ່​ນັ່ງ​ເທົ່າ​ນັ້ນ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ທີ່ບັນດາສະຖານ​ທີ່​ເລືອກ​ຕັ້ງປິດ​ປະຕູ, ທ່ານ ນາຍົກລັດຖະມົນຕີ Kevin Rudd  ​ໄດ້​ຍອມຮັບ​ການ​ປະລາ​ໄຊ​ຕໍ່​ທ່ານ Tony Abbott ຂອງພັກ​ເສລີ-​ແຫ່ງ​ຊາດຝ່າຍ​ຄ້ານ ​ແລະ ທ່ານ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອໝັ້ນວ່າ ປຊຊ ອົດ​ສະ​ຕາ​ລີ ຈະ​ມີ​ການ​​ເລີ່​ມຕົ້ນ​ໃໝ່ດ້ວຍ​ຄະນະ​ການ​ນຳ​ໂດຍ​ເຂົາ​ເຈົ້າ​ເລືອກ​ຕັ້ງ.

ຂ່າວ/ບົດ​ອື່ນ