ພັກແລະປະຊາຊົນກຳປູເຈຍຕັດສິນໃຈອອກແຮງປັບປຸງແລະພັດທະນາການພົວພັນກຳປູເຈຍ-ຫວຽດນາມ

(VOVWORLD) -ຕອນຄ່ຳວັນທີ 21 ກໍລະກົດ, ຢູ່ Preah Sihanouk, ທ່ານປະທານພັກປະຊາຊົນ ກຳປູເຈຍ (CPP), ນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ ໄດ້ຈັດຕັ້ງງານລ້ຽງຢ່າງສົມກຽດ ຮອງຮັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ.

ພັກແລະປະຊາຊົນກຳປູເຈຍຕັດສິນໃຈອອກແຮງປັບປຸງແລະພັດທະນາການພົວພັນກຳປູເຈຍ-ຫວຽດນາມ - ảnh 1 ການນຳສອງປະເທດ ຫວຽດນາມ ແລະກຳປູເຈຍ ໃນງານລ້ຽງ

ພາບ:Vietnamplus

ກ່າວຄຳເຫັນນະທີ່ນີ້, ທ່ານປະທານພັກປະຊາຊົນ, ທັງເປັນນາຍົກລັດຖະມົນຕີ ກຳປູເຈຍ ສົມເດັດ ຮຸນແຊນ ສະແດງຄວາມເອກອ້າງທະນົງໃຈຕໍ່ການພັດທະນາອັນດີງາມໃນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງພັກ ແລະ ເນັ້ນຫນັກວ່າ: ພັກ ແລະ ປະຊາຊົນກຳປູເຈຍ  ຕັດສິນໃຈອອກແຮງປັບປຸງ ແລະ ພັດທະນາຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງສອງພັກ, ລັດຖະບານ ແລະ ປະຊາຊົນ ເພື່ອຜົນປະໂຫຍດຂອງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ການພັດທະນາໃນພາກພື້ນ ແລະ ໃນໂລກ. ກ່າວຄຳເຫັນໃນງານລ້ຽງ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາອັນຖືກຕ້ອງ, ສະຫລາດສ່ອງໃສຂອງສອງພັກ, ສອງລັດຖະບານ, ການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງຫວຽດນາມ ແລະ ກຳປູເຈຍ ແນ່ນອນວ່າຈະພັດທະນາຂຶ້ນສູ່ລະດັບສູງໃຫມ່, ນັບມື້ນັບແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ, ຕອບສະຫນອງຄວາມມຸ້ງມາດປາດຖະຫນາ ແລະ ຜົນປະໂຫຍດຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ