ພັກແລະລັດຍາມໃດກໍ່ເອົາໃຈໃສ່,ສ້າງເງື່ອນໄຂຊຸກຍູ້ການພັດທະນາບັນດາໝູ່ບ້ານອາຊີບ

ພັກແລະລັດຍາມໃດກໍ່ເອົາໃຈໃສ່,ສ້າງເງື່ອນໄຂຊຸກຍູ້ການພັດທະນາບັນດາໝູ່ບ້ານອາຊີບ - ảnh 1
ທ່ານ ​ເຈືອງ​ເຕິ້ນຊາງ​ ທີ່​ການ​ພົບ​ປະ​ກັບບັນດານັກ​ສິລະ​ປະການ, ຕາງໜ້າ​ໃຫ້​ 40 ໝູ່​ບ້ານ​ອາຊີບ​ຫວຽດນາມ
(ພາບ:
TTXVN)

(vovworld) ພັກ ​ແລະ ລັດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ຊຸກຍູ້​ການ​ພັດທະນາ​ບັນດາ​ໝູ່​ບ້ານ​ອາຊີບ. ນີ້​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ້ນຊາງ​ ທີ່​ການ​ພົບ​ປະ​ກັບບັນດານັກ​ສິລະ​ປະການ, ຕາງໜ້າ​ໃຫ້​ 40 ໝູ່​ບ້ານ​ອາຊີບ​ຫວຽດນາມ, ​ໃນ​ຕອນ​ບ່າຍ​ວັນ​ທີ 24/11, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 10 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຫະ​ສະມາຄົມ​ໝູ່​ບ້ານ​ອາຊີບ​ຫວຽດນາມ ​ແລະ ພິທີ​ມອບ​ນາມມະ​ຍົດໝູ່​ບ້ານ​ອາຊີບ​ຫວຽດນາມ​ຄັ້ງ​ທີ 6. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​​ເຈືອງ​ເຕິ້ນຊາງ ຢືນຢັນ​ວ່າ: ບັນດາ​ຜະລິດ​ຕະພັນ​ຂອງ​ໝູ່​ບ້ານ​ອາຊີບ​ບໍ​່ພຽງ​ແຕ່ມີ​ຄວາມ​ໝາຍ​ດ້ານ​ເສດຖະກິດ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍ​ດ້ານ​ສັງຄົມຢ່າງ​ເລິກ​ເຊິ່ງ, ​ເຕັມ​ໄປ​ດ້ວຍ​ວັດທະນະທຳ ​ແລະ ຈິດ​ວິນຍານຂອງ​ຊາວ​ຫວຽດນາມ​ອີກ​ດ້ວຍ. ການ​ພັດທະນາ​ບັນດາ​ໝູ່​ບ້ານ​ອາ​ຊີບຢ່າງ​ແຮງ​ມີ​ຄວາມ​ໝາຍ​ສຳຄັນ​ສຳລັບ​ການໂຄສະນາ​ເຜີຍ​ແຜ່​ລັກສະນະ​ວັດທະນະທຳ​ມະນຸດ, ວັດທະນະທຳ​ຂອງ​ຊາວ​ຫວຽດນາມ​ເຖິງ​ເພື່ອນ​ມິດ​ໂລກ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ້ນຊາງ ສະ​ເໜີ​ໃຫ້​ສະຫະ​ສະມາຄົມ​ໝູ່​ບ້ານ​ອາຊີບ ພ້ອມ​ກັບ​ບັນດາ​ນັກ​ສິລະ​ປະການ​ສືບ​ຕໍ່​ສາມ​ັກຄີ, ​​ເຫັນ​ດີ​ເປັນເອກະ​ພາບ ຂະຫຍາຍ​ຮູບ​ແບບ​ຜະລິດ, ​ແລກປ່ຽນ​ບົດຮຽນ​ເປັນ​ປະຈຳ ​ເພື່ອ​ສ້າງ​ຜະລິດ​ຕະພັນທັງ​ມີ​ລັກສະນະ​ພື້ນ​ເມືອງ ​ແລະ ທັງ​ມີລັກສະນະ​ແກ່ງ​ແຍ້​ງ​ໃນ​ສະພາບ​ການ​ທີ່ຫວຽດນາມ​ ນັບ​ມື້​ນັບ​ເຊື່ອມ​ໂຍງຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ເຂົ້າ​ກັບ​​ໂລກ​.

 


ຂ່າວ/ບົດ​ອື່ນ