ພັກແລະລັດສືບຕໍ່ສະຫງວນຄວາມເອົາໃຈໃສ່ແລະແຫຼ່ງກຳລັງໜູນຊ່ວຍໃຫ້ແກ່ຜູ້ອາຍຸສູງ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຜູ້ອາຍຸສູງຫວຽດນາມ (06 ມິຖຸນາ 1941 – 06 ມິຖຸນາ 2021), ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍ.
ພັກແລະລັດສືບຕໍ່ສະຫງວນຄວາມເອົາໃຈໃສ່ແລະແຫຼ່ງກຳລັງໜູນຊ່ວຍໃຫ້ແກ່ຜູ້ອາຍຸສູງ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ
(ພາບ: TTXVN)

ໃນຈົດໝາຍ, ທ່ານປະທານປະເທດ ໄດ້ສະແດງຄວາມຊົມເຊີຍສະມາຄົມຜູ້ອາຍຸສູງຫວຽດນາມ ຜ່ານ 80 ປີແຫ່ງວັນສ້າງຕັ້ງທີ່ໄດ້ປະຕິບັດສຳເລັດໜ້າທີ່ຂອງຕົນ ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ມີຂະບວນການແຂ່ງຂັນຢ່າງມີປະສິດທິຜົນ, ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງເຊິ່ງພັກ, ລັດ ໄດ້ມອບໝາຍໃຫ້.

        ກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່, ຜູ້ອາຍຸສູງຫວຽດນາມ ລຸ້ນຕ່າງໆ ສືບຕໍ່ສະແດງໃຫ້ເຫັນວ່າແມ່ນລຸ້ນດີເດັ່ນສຳລັບຄຸນນະທາດອັນສູງສົ່ງ, ດີງາມຂອງຊາດ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານປະທານປະເທດປາດຖະໜາວ່າ ຜູ້ອາຍຸສູງຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ປະຕິບັດຂະບວນການແຂ່ງຂັນຮັກຊາດໃຫ້ເປັນຢ່າງດີ, ປະກອບພູມປັນຍາ, ບົດຮຽນຂອງຕົນຢ່າງສຸດຈິດສຸດໃຈສ້າງສາປະເທດຊາດ ດ້ວຍເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ມີຄວາມຍຸຕິທຳ, ສີວິໄລ.

ຕອບກັບ

ຂ່າວ/ບົດ​ອື່ນ