ພັກແຮງງານ ອັງກິດ ຍົກອອກເງື່ອນໄຂສະໜັບສະໜູນຂໍ້ຕົກລົງ Brexit

(VOVWORLD) - ພັກແຮງງານຝ່າຍຄ້ານ ອັງກິດ ໄດ້ມີຄຳເຫັນອາດຈະສະໜັບສະໜູນຂໍ້ຕົກລົງ Brexit ຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May

ຖ້າຫາກທ່ານນາງໃຫ້ຄຳໝັ້ນສັນຍາຮັດແໜ້ນການພົວພັນກັບສະຫະພາບ ເອີຣົບ (ອີຢູ) ໃນອະນາຄົດ ພາຍຫລັງ ອັງກິດ ຖອນຕົກອອກຈາກກຸ່ມນີ້. ໃນຈົດໝາຍສະບັບໜຶ່ງສົ່ງເຖິງທ່ານນາງນາຍົກລັດຖະມົນຕີ May ເມື່ອທ່ານນາງພົບປະກັບການນຳ ອີຢູ ຢູ່ ບຣຸກແຊນ ໃນວັນທີ 07 ກຸມພາ,

ພັກແຮງງານ ອັງກິດ ຍົກອອກເງື່ອນໄຂສະໜັບສະໜູນຂໍ້ຕົກລົງ Brexit - ảnh 1ທ່ານ Jeremy Corbyn (ພາບ: THX/TTXVN)

ທ່ານ Jeremy Corbyn ປະທານພັກແຮງງານຖືວ່າ: ບັນດາຄວາມມານະພະຍາຍາມຂອງທ່ານນາງ May ແນໃສ່ປັບປຸງເນື້ອໃນຂໍ້ຕົກລົງ ຫຼື ຍົກເລີກມາດຕາ “ຮົ້ວກີດຂວາງ” ກ່ຽວກັບຊາຍແດນ ອຽກລັງ ຈະຖືກປະລາໄຊ. ເຖິງຢ່າງໃດກໍ່ຕາມ, ທ່ານ Corbyn ເນັ້ນໜັກວ່າ ຖ້າຫາກທ່ານນາງນາຍົກລັດຖະມົນຕີຮັບປະກັນວ່າ ມີບັນດາການປ່ຽນແປງໃນຖະແຫຼງການການເມືອງກ່ຽວກັບບັນດາການພົວພັນກັບ ອີຢູ ໃນອະນາຄົດພ້ອມກັບຂໍ້ຕົກລົງກ່ອນທີ່ ອັງກິດ ຖອນຕົວອອກຈາກ ອີຢູ ໃນວັນທີ 29 ມີນາ ຈະມາເຖິງ, ພັກແຮງງານຂອງທ່ານ Corbyn ຈະສະໜັບສະໜູນຂໍ້ຕົກລົງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ