ພັກແຮງງານເມກຊີກໂກຖືປະທານໂຮ່ຈິມິນແມ່ນຜູ້ນຳຂອງຊົນຊັ້ນກຳມາຊີບສາກົນ

ພັກແຮງງານເມກຊີກໂກຖືປະທານໂຮ່ຈິມິນແມ່ນຜູ້ນຳຂອງຊົນຊັ້ນກຳມາຊີບສາກົນ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ພັກ​ແຮງ​ງານ ​ເມ​ກຊີກ​ໂກ
Alberto Anaya Gutierrez
(ພາບ: periodicoenfoque.com.mx)


(vovworld) – ​ ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 125 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ປະທານ​ໂຮ່ຈິ​ມິນ (19/5/1890-19/5/2015), ຕອນ​ຄຳ່​ວັນ​ທີ 12/5, ທ່ານ​ເລຂາທິການ​ໃຫຍ່​ພັກ​ແຮງ​ງານ ​ເມ​ກຊີກ​ໂກ (PT), ທັງ​ເປັນ​ປະທານ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ ​ເມກ​ຊີ​ກໂກ-​ຫວຽດນາມ, ສະມາຊິກ​ລັດຖະສະພາ​ສະຫະພາບ Alberto Anaya Gutierrez  ພ້ອມ​ກັບ​ບັນດາ​ສະມາຊິກ​ຄະນະການ​ນຳ PT, ສະມາຊິກ​ລັດຖະສະພາ ​ແລະ ​ເພື່ອ​ນມິດປະ​ເທດ​ປະຈຳ​ຖິ່ນ ​ໄດ້​​ໄປຢ້ຽມຢາມ ​ແລະ ພົບ​ປະ​ກັບພະນັກງານ,​ ພາລະ​ກອນ, ລັດຖະກອນສະຖານທູດ​ຫວຽດນາມ ຢ່າງ​ສະໜິດສະໜົມ.

        ທ່ານ​ເລຂາທິການ​ໃຫຍ່ Alberto Anaya Gutierrez   ຊີ້​ແຈ້ງ​ບົດບາດ​ປະຫວັດສາດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຢ່າງສະຫຼາດ​ສອດສ່ອງຂອງ​ທ່ານ​ປະທານ​ໂຮ່ຈິ​ມິນ, ​ໄດ້ດຳ​ເນີນພາລະກິດ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ຢ່າງ​ມີ​ໄຊ. ທ່ານ​ກໍ​ຢັນ​ຢັນ​ວ່າ: ທ່ານ​ປະທານ​ໂຮ່ຈິ​ມິນ ບໍ່​ພຽງ​ແຕ່​ແມ່ນ​ຜູ້ນຳ​ຂອງ​ພັກ​ກອມ​ມູນິດ​ ​ແລະ ປະຊາຊົນ ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຜູ້ນຳ​ຂອງ​ຊົນ​ຊັ້ນກຳມາ​ຊີບໃນ​ໂລກ​ອີກ​ດ້ວຍ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເລຂາທິການ​ໃຫຍ່ Alberto Anaya Gutierrez ​ໄດ້​ມອບ​ປຶ້ມ​ກ່ຽວ​ກັບ​ທ່ານ​ປະທານ​ໂຮ່ຈິ​ມິນ ​ແລະ ການປະຕິວັດ​ ຫວຽດນາມ ​ໂດຍ PT ພິມ​ຈຳໜ່າຍ ​ແລະ ​ໂຄສະນາ​ເຜີຍ​ແຜ່​ຢູ່ ​ເມກ​ຊີ​ກໂກ ​ແລະ ພາກ​ພື້ນ​ອາ​ເມ​ລິ​ກາ​ລາຕີ​ນ​ ​ໃຫ້ ສະຖານທູດ​ ຫວຽດນາມ.

ຂ່າວ/ບົດ​ອື່ນ