ພິຈາລະນາກ່ຽວກັບທະເລຕາເວັນອອກຢູ່ມະຫາວິທຍາໄລຝຣັ່ງ

ພິຈາລະນາກ່ຽວກັບທະເລຕາເວັນອອກຢູ່ມະຫາວິທຍາໄລຝຣັ່ງ - ảnh 1
ປະຊາຄົມຊາວ ຫວຽດນາມ ຢູ່ ຟຣັ່ງ ແຫ່ຂະບວນຄັດຄ້ານ ຈີນ
(ພາບປະກອບ)

(vovworld) – ທີ່ກອງປະຊຸມສຳມະນາ “ບັນດາການທ້າທາຍຍ້ອນຄວາມເຄັ່ງຕຶງລະຫວ່າງ ຈີນ ແລະ ຫວຽດນາມ” ໂດຍສະຖາບັນອາຊີຕາເວັນອອກ ສັງກັດມະຫາວິ ທະຍາໄລສ້າງຄູ Lyon ຫາກໍ່ຈັດຕັ້ງຢູ່ຫະມາວິທະຍາໄລສ້າງຄູຂອງ Lyon, ປະເທດ ຝຣັ່ງ.

        ນັກຊ່ຽວຊານ Francois Guillemot, ໜຶ່ງໃນບັນດານັກຄົ້ນຄ້ວາອັນດັບໜຶ່ງ ກ່ຽວກັບ ຫວຽດນາມ ຢູ່ເຂດ Rhone ໃຫ້ຮູ້ວ່າ:

“ເປັນທີ່ຈະແຈ້ງແລ້ວວ່າ ຈີນ ໄດ້ມີບັນດາການກະທຳເກາະຜິດ, ບຸກໂຈມຕີໃນຍຸດທະສາດແຜ່ອຳນາດ ສຳລັບອະທິປະໄຕຜືນແຜ່ນດິນຂອງບັນດາປະເທດບ້ານໃກ້ເຮືອນຄຽງ. ຄວນ ປຶກສາຫາລື, ອະທິບາຍຢ່າງກ້ວາງຂວາງກ່ຽວກັບນະໂຍບາຍຂອງ ຈີນ ເພື່ອປະກອບ ສ່ວນກໍ່ຄວາມດັນ ບັງຄັບໃຫ້ເຂົາເຈົ້າບໍ່ໄດ້ສືບຕໍ່ດຳເນີນການກະທຳຄືດັ່ງກ່າວ ແລະ ຕ້ອງເຄົາລົບກົດໝາຍສາກົນ.”

   ຕາມສາດສະດາຈານ Laurent Gédéon ແລ້ວ, ມີ 3 ມາດຕະການເຊິ່ງ ຫວຽດນາມ ຕ້ອງດຳເນີນພ້ອມກັນຢ່າງແຮງ:

“ຂ້າພະເຈົ້າຄິດວ່າມີ 3 ມາດຕະການເຊິ່ງ ຫວຽດນາມ ຄວນດຳເນີນພ້ອມກັນ. ທີ່ໜຶ່ງແມ່ນຊອກຫາມາດຕະການ ເຈລະຈາທາງການທູດ ແລະ ສັນຕິພາບ. ທີສອງແມ່ນດຳເນີນການເຄື່ອນໄຫວນິຕິກຳ. ແລະ ມາດຕະການທີ 3 ແມ່ນ ຫວຽດນາມ ຄວນສືບຕໍ່ຊຸກຍູ້ການສະໜັບສະໜູນ ຂອງສາກົນທີ່ມີຕໍ່ການຕໍ່ສູ້ຂອງ ຫວຽດນາມ, ພິເສດແມ່ນບັນດາປະເທດ ອາຊຽນ.”

      ທີ່ກອງະຊຸມສຳມະນາ, ບັນດານັກຊ່ຽວຊານ ຝຣັ່ງ ຖືວ່າ: ໜຶ່ງໃນບັນດາວຽກງານສຳຄັນແມ່ນເປັນເອກະພາບ ແລະ ສາມັກຄີບັນດາປະເທດ ອາຊຽນ ນຳກັນເພື່ອມີທັດສະນະລວມສຳລັບ ຈີນ ໃນບັນຫາທະເລຕາເວັນອອກ, ເຮັດໄດ້ຄືແນວນັ້ນຈຶ່ງສ້າງກຳລັງດັນພໍສົມຄວນສຳລັບປັກກິ່ງໄດ້.


ຂ່າວ/ບົດ​ອື່ນ