ພິຈາລະນາເນື້ອໃນສຳຄັນທີ່ກອງປະຊຸມຄັ້ງທີ 22 ຄະນະປະຈຳສະພາແຫ່ງຊາດ

ພິຈາລະນາເນື້ອໃນສຳຄັນທີ່ກອງປະຊຸມຄັ້ງທີ 22 ຄະນະປະຈຳສະພາແຫ່ງຊາດ - ảnh 1
ກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ
(ພາບປະກອບ)

(vovworld) – ທີ່​ວາລະ​ປະຊຸມ​​ໃນ​ລະຫວ່າງ​ວັນ​ທີ 10 – 15/10, ຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ຈະ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ບົດ​ລາຍ​ງານ​ຂອງ​ລັດຖະບານສະຫລຸບ 3 ປີ (2011 – 2013) ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ, ການຈຳ​ໜ່າຍ​ພັນທະບັດ​ລັດຖະບານ, ໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນ​ຮ່າງ​ສັງ​ລວມກ່ຽວ​ກັບ​ການສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່. ກ່ຽວ​ກັບ​ວຽກ​ງານ​ນິຕິ​ບັນ​ຢັດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ລັດຖະທຳມະນູນ​ປີ 1992 ສະບັບ​ປັບປຸງ, ​ເລື່ອງ​ຮັບ​ເອົາ, ປັບປຸງ​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ປະ​ມຸນ (ສະບັບ​ປັບປຸງ), ຮ່າງ​ກົດໝາຍ​ສະບັບ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍນາຍ​ທະຫານ​ປະຊາຊົນ ຫວຽດນາມ, ຮ່າງ​ກົດໝາຍວ່າ​ດ້ວຍ​ຕຳຫຼວດປະຊາ​ຊົນ (ສະບັບ​ປັບປຸງ). ບາງ​ເນື້ອ​ໃນ​ສຳຄັນ​ອື່ນ​​ເຊິ່ງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ພິຈາລະນາ, ປຶກສາ​ຫາລື​​ໃນຄັ້ງ​ນີ້​ແມ່ນ: ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​​ທີ 6 ສະພາ​ແຫ່ງ​ຊາດ ຊຸດ​ທີ 13, ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ແຜນ​ສັງ​ລວມກ່ຽວ​ກັບ​ໄຟຟ້າ​ນ້ຳຕົກ.​.​.​ ​ແລະ ບາງ​ເນື້ອ​ສຳຄັນ​ອື່ນ​ໆ.

ຂ່າວ/ບົດ​ອື່ນ