ພັດທະນາ ດ່າໜັງ ໃຫ້ກາຍເປັນ ນະຄອນມີລະດັບພາກພື້ນ ອາຊຽນ

ພັດທະນາ ດ່າໜັງ ໃຫ້ກາຍເປັນ ນະຄອນມີລະດັບພາກພື້ນ ອາຊຽນ  - ảnh 1
ນະຄອນ ດ່າໜັງ
(ພາບປະກອບ)

(vovworld) – ກອງ​ປະຊຸມ​ສຳ​ມະ​ນາ “ບັນດາ​ແນວ​ຄວາມ​ຄິດ​ກໍ່ສ້າງ​ນະຄອນ ດ່າ​ໜັງ” ຄັ້ງ​ທີ 2 ດ້ວຍ​ຫົວ​ຂໍ້ “ພັດທະນາ ດ່າ​ໜັງ ​ໃຫ້ກາຍ​ເປັນ​ນະຄອນ​ບັນລຸມີ​ລະດັບ​ພາກ​ພື້ນ ອາ​ຊຽນ ​ແລະ ອາຊີ - ຈາກ​ແນວ​ຄວາມ​ຄິດ ​ເຖິງ​ມາດ​ຕະການ” ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ນະ​ຄອນ ດ່າ​ໜັງ ຈັດ​ຕັ້ງ ​ເມື່ອ​ຕອນ​ບ່າຍ​ວັນ​ທີ 11/7, ທີ່​ການ​ໂອ້​ລົມ​ສົນທະນາ, ບັນດາ​ນັກ​ຄົ້ນ​ຄ້ວາ, ນັກວິທະຍາສາດ, ນັກ​ລົງທຶນ ລາຍ​ງານ​ບົດ​ຄວາມ​ເຫັນ, ສະ​ເໜີ​ບັນດາ​ແນວ​ຄວາມ​ຄິດ ​ແລະ ມາດ​ຕະການ​ມີ​ຫົວຄິດ​ປະດິດ​ສ້າງ ມີ​ລັກສະນະ​ຕົວ​ຈິງ ດ້ວຍ​ຄວາມປາດ​ຖະ​ໜາຢາກປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ນະຄອນ ດ່າ​ໜັງ ​ໃນ​ຂົງ​ເຂດຕ່າງໆ​ຄື: ຄົມມະນາຄົມ, ຕົວ​ເມືອງ, ກໍ່ສ້າງ, ສິ່ງ​ແວ​ດລ້ອມ, ບໍລິການ​ທ່ອງທ່ຽວ.​.​.​ ມີ​ແນວ​ຄວາມ​ຄິດຈຳນວນ​ໜຶ່ງ​ຄື: ກໍ່ສ້າງ​ນະຄອນ​​ແຫ່ງແສງສະຫວ່າງ, ຊາຍ​ຄາ​ຂຽວ.​.​.​ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ, ສົມ​​ກັບແຜນພັດທະນາ​ນະຄອນ ດ່າ​ໜັງ ​ໃນ​ອະນາ​ຄົດ. ທ່ານ ຫງວຽນ​ງອກ​ຕ໋ວນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ ນະຄອນ ດ່າ​ໜັງ ​ໃຫ້​ຮູ້​ວ່າ:

    “ບັນດາ​ຄຳ​ເຫັນ​ປະກອບເປັນ​ໜ້າ​ຈົດ​ຈຳ​ຫຼາຍ, ພິ​ເສດ​ແມ່ນ​ການ​ກໍ່ສ້າງ.​​.​.​.ຕົວ​ເມືອງ​ຂຽວ, ຊາຍ​ຄາ​ຂຽວ ກໍ່​ຄື​ບັນດາ​ມາດຖານ​ກ່ຽວ​ກັບ​ສະຖາປັດຕະຍາກຳ​ຂຽວ. ພວກ​ຂ້າພະ​ເຈົ້າ ກໍ່​ພວມປະຕິບັດຕາມ​ມາ​ດຖານ​ກ່ຽວ​ກັບ​ສະຖາປັດຕະຍາ​ກຳ​ຂຽວ. ບັນຫາ​ທີ່​ວາງ​ອອກ​ນັ້ນ​ແມ່ນ ກາລະ​ໂອກາດ​ນຳບັນດາ​ແນວ​ຄວາມ​ຄິດ​ເຂົ້າ​ໃນ​ສະພາບ​ຕົວ​ຈິງ​ໃນ​ໄລຍະ​ຈະ​ມາ​ເຖິງ”

ຂ່າວ/ບົດ​ອື່ນ