ພັດທະນາ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງເສດຖະກິດລວມໝູ່ແມ່ນໜ້າທີ່ຂອງທັງລະບົບການເມືອງ

(VOVWORLD) - ລັດຖະບານ ຈະສືບຕໍ່ຮ່ວມເດີນທາງພ້ອມກັບບັນດາອົງການຈັດຕັ້ງເສດຖະກິດລວມໝູ່, ສະຫະກອນ, ສ້າງເງື່ອນໄຂສະດວກເພື່ອໃຫ້ເຂດເສດຖະກິດລວມໝູ່, ສະຫະກອນພັດທະນາຢ່າງວ່ອງໄວ, ຍືນຍົງ.
ພັດທະນາ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງເສດຖະກິດລວມໝູ່ແມ່ນໜ້າທີ່ຂອງທັງລະບົບການເມືອງ - ảnh 1 (ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ກ່າວຄຳເຫັນທີ່ພິທີ)

        ການພັດທະນາ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງເສດຖະກິດລວມໝູ່ ແມ່ນໜ້າທີ່ການເມືອງສຳຄັນ ແລະ ເປັນປະຈຳຂອງອຳນາດການປົກຄອງທຸກຂັ້ນ, ແນວໂຮມປະເທດຊາດ ແລະ ບັນດາອົງການການເມືອງ - ສັງຄົມ, ໃນວຽກງານໂຄສະນາ, ຂົນຂວາຍມະຫາຊົນເຂົ້າຮ່ວມການພັດທະນາເສດຖະກິດລວມໝູ່. ນັ້ນແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄາຍ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບເສດຖະກິດລວມໝູ່, ທີ່ພິທີເຊີດຊູສະຫະກອນດີເດັ່ນ ແລະ ມອບລາງວັນດວງດາວສະຫະກອນປີ 2024 ໃຫ້ແກ່ສະຫະກອນດີເດັ່ນ 100 ແຫ່ງ ໂດຍສະຫະພັນສະຫະກອນ ຫວຽດນາມ ຈັດຂຶ້ນໃນຕອນຄ່ຳວັນທີ 11 ເມສາ, ຢູ່ ຮ່າໂນ້ຍ.

        ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ຢືນຢັນວ່າ, ລັດຖະບານ ຈະສືບຕໍ່ຮ່ວມເດີນທາງພ້ອມກັບບັນດາອົງການຈັດຕັ້ງເສດຖະກິດລວມໝູ່, ສະຫະກອນ, ສ້າງເງື່ອນໄຂສະດວກເພື່ອໃຫ້ເຂດເສດຖະກິດລວມໝູ່, ສະຫະກອນພັດທະນາຢ່າງວ່ອງໄວ, ຍືນຍົງ.

        “ບັນດາອົງການຈັດຕັ້ງເສດຖະກິດລວມໝູ່, ສະຫະກອນ ຕ້ອງເສີມຂະຫຍາຍຈິດໃຈເປັນເຈົ້າການ ດ້ວຍບັນດາການໜັງຕີງ, ບືນຕົວຂຶ້ນດ້ວຍຕົນເອງ; ມີການຫັນປ່ຽນຢ່າງແຮງ ນັບທັງຈິນຕະນາການຄວາມຮັບຮູ້ ແລະ ການກະທຳ, ພັດທະນາບັນດາອົງການຈັດຕັ້ງເສດຖະກິດລວມໝູ່ ຕິດພັນກັບເລື່ອງ ຕັ້ງໜ້ານະວັດຕະກຳ, ນຳໃຊ້ວິທະຍາສາດເຕັກໂນໂລຊີທັນສະໄໝ, ການຫັນເປັນສີຂຽວ. ສຳລັບບັນດາສະຫະກອນຍາດໄດ້ລາງວັນ ດວງດາວສະຫະກອນ 2024, ໄດ້ຮັບການເຊີດຊູ, ຕ້ອງສືບຕໍ່ນຳໜ້າໃນການຮ່ວມມື, ເຊື່ອມຕໍ່ການຜະລິດດຳເນີນທຸລະກິດ; ຍົກສູງກຳລັງແກ່ງແຍ້ງຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ