ພັດທະນາການທ່ອງທ່ຽວແບບຍືນຍົງມີຄວາມຮັບຜິດຊອບຢູ່ຫວຽດນາມ

ພັດທະນາການທ່ອງທ່ຽວແບບຍືນຍົງມີຄວາມຮັບຜິດຊອບຢູ່ຫວຽດນາມ - ảnh 1
ກອງ​ປະ​ຊຸມ​ໃນ​ວັນ​ທີ 13/11
(ພາບ: baomoi.com)

(vovworld) – ​ກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ, ໂດຍມີ​ຄວາມ​ຮັບ​ຜິດ​ຊອບ​ຢູ່ ຫວຽດ​ນາມ ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 13/11, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ໂດຍ​ກົມ​ໃຫຍ່​ທ່ອງ​ທ່ຽວ, ແລະ “ໂຄງ​ການ​ພັດ​ທະ​ນາ​ກຳ​ລັງ​ຄວາມ​ສາ​ມາດ​ທ່ອງ​ທ່ຽວ​ມີ​ຄວາມ​ຮັບ​ຜິດ​ຊອບ​ກັບ​ສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ” ໂດຍ​ສະ​ຫະ​ພາບ ເອີ​ລົບ ໜູນ​ຊ່ວຍ​ຈັດ​ຕັ້ງ. ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ສຸມ​ໃສ່​ເຮັດໃຫ້ຈະ​ແຈ້ງ​ບາງ​ບັນ​ຫາ​ໃນ​ການ​ທ່ອງ​ທ່ຽວ ຫວຽດ​ນາມ, ຄື: ປັບ​ປຸງວຽກ​ງານໂຄ​ສະ​ນາ​ຂອງ ຫວຽດ​ນາມ ໃນ​ບັນ​ດາ​ຕະຫຼາດ​ໂລກ, ຄຸ້ມ​ຄອງ​ບັນ​ດາ​ຈຸດ​ນັດ​ພົບ​ການ​ທ່ອງ​ທ່ຽວ​ຢູ່ ຫວຽດ​ນາມ ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ… ຜ່ານ​ການ​ໄຈ້​ແຍກ, ຕີ​ລາ​ຄາ, ບັນ​ດາ​ຜູ້​ແທນ​ໃຫ້​ຂໍ້​ສັງ​ເກດ​ວ່າ: “ໂຄງ​ການ​ພັດ​ທະ​ນາ​ກຳ​ລັງ​ຄວາມ​ສາ​ມາດ​ທ່ອງ​ທ່ຽວ​ມີ​ຄວາມ​ຮັບ​ຜິດ​ຊອບ​ກັບ​ສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ” ໄດ້​ຮັບ​ຖື​ວ່າ​ແມ່ນ​ປັດ​ໄຈສຳຄັນ​ເພື່ອ​ປະ​ຕິ​ບັດ​ການ​ທ່ອງ​ທ່ຽວ​ໂດຍມີ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ໝັ້​ນ​ຄົງ​ຢູ່ ຫວຽດ​ນາມ. ທ່ານ ຫວູ​ກວກ​ຈີ໋, ຜູ້​ອຳ​ນວຍ​ການ​ໂຄງ​ການ, ໃຫ້​ຮູ້​ວ່າ:

        “ໂຄງ​ການ​ໄດ້​ເຄື່ອ​ນ​ໄຫວ​ມາ​ເປັນ​ເວ​ລາ 4 ປີ​ແລ້ວ ແລະ ຍັງ​ອີກ 4 ປີ​ແມ່ນ​ສິ້ນ​ສຸດ. ໂຄງ​ການ​ໄດ້​ສ້າງ​ໝາກ​ຜົນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ຂະ​ແໜງ​ ແຕ່​ພວກ​ເຮົາ​ຕ້ອງ​ປຶກ​ສາ​ຫາ​ລື​ໃນ​ທັນ​ທີ​ເພື່ອ​ຮັກ​ສາ​ບັນ​ດາ​ໝາກ​ຜົນ​ນັ້ນ​ພາຍຫຼັງ​ໂຄງ​ການ​ສິ້ນ​ສຸດ​ລົງ. ນີ້​ແມ່​ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ພວກ​​ຂ້າ​ພະ​ເຈົ້າແລກ​ປ່ຽນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ຂະ​ແໜງ, ແລກ​ປ່ຽນ​ປຶກ​ສາ​ຫາ​ລື, ຊອກ​ຫາມ​າດ​ຕະ​ການ, ຮັກ​ສາ​ໝາກ​ຜົນ​ໃຫ້ໝັ້ນ​ຄົງ.”

ຂ່າວ/ບົດ​ອື່ນ