ພັດທະນາການບໍລິການ logistics ໃຫ້ກາຍເປັນຂະແໜງການບໍລິການທີ່ມີມູນຄ່າເພີ່ມສູງ

(VOVWORLD) -ເວທີປາໄສ logistics ຫວຽດນາມ ປີ 2019 ດ້ວຍຫົວຂໍ້ “logistics ຍົກສູງມູນຄ່່າຂອງຜະລິດຕະພັນກະເສດ” ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 23 ພະຈິກ ຢູ່ນະຄອນດ່າໜັງຂອງຫວຽດນາມ, ອັນໄດ້ ດຶງດູດຜູ້ແທນພາຍໃນ ແລະ ສາກົນເຂົ້າຮ່ວມຫຼາຍກວ່າ 1000 ຄົນ.
ພັດທະນາການບໍລິການ logistics ໃຫ້ກາຍເປັນຂະແໜງການບໍລິການທີ່ມີມູນຄ່າເພີ່ມສູງ - ảnh 1 (ພາບປະກອບ: TTXVN)

        ດ້ວຍຈຸດປະສົງ “ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວ logistics”, ບັນດາຜູ້ແທນໄດ້ສຸມໃສ່ໄຈ້ແຍກ ແລະ ສະໜີບັນດາມາດຕະການພັດທະນາ logistics ຢູ່ແລວເສດຖະກິດຕາເວັນອອກ ຕາເວັນຕົກ, ບັນດາຮູບແບບເສດຖະກິດແບ່ງປັນໃນ logistics ເພື່ອຍົກສູງມູນຄ່າຂອງຜະລິດຕະພັນກະເສດຫວຽດນາມ.

        ກ່າວຄໍາເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ລັດຖະບານ, ບັນດາກະຊວງ, ຂະແໜງການໄດ້ມານະພະຍາຍາມສ້າງກອບກົດໝາຍ, ສ້າງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດທີ່ປອດໃສ, ສະດວກສະບາຍໃຫ້ແກ່ການເຄື່ອນໄຫວ logistics ຢູ່ຫວຽດນາມ ແຕ່ວ່າໃນການຜັນຂະຫຍາຍນັ້ນ ຍັງປະສົບກັບຄວາມຫຍຸ້ງຍາກ ແລະ ມີຂໍ້ຄົງຄ້າງຫຼາຍຢ່າງ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ສະເໜີວ່າ:

        “ລັດຖະບານ ຮຽກຮ້ອງໃຫ້ພັດທະນາການບໍລິການ logistics ກາຍເປັນຂະແໜງການບໍລິການທີ່ມີມູນຄ່າເພີ່ມສູງ, ຕິດພັນກັບການບໍລິການ logistics ກາຍເປັນການບໍລິການພັດທະນາສິນຄ້ານໍາເຂົ້າ-ສົ່ງອອກ ແລະ ນັບທັງດ້ານການຄ້າພາຍໃນປະເທດ, ພັດທະນາພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ”.

        ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາສະຫະສະມາຄົມ ແລະ ວິສາຫະກິດ ຈົ່ງມີບາດກ້າວພັດທະນາໃໝ່ໃນຂົງເຂດ logistics ເພື່ອປະຕິບັດບັນດາເປົ້າໝາຍ, ແຜນການທີ່ໄດ້ວາງອອກຢ່າງມີໄຊ, ສົມກັບທີ່ຕັ້ງບົດບາດນັບມື້ນັບສໍາຄັນຂອງຂະແໜງ logistics ໃນພາລະກິດແຫ່ງການພັດທະນາຂອງປະເທດຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ