ພັດ​ທະ​ນາ​ການ​ພົວ​ພັນ ກັບ​ຈີນ ຍາມ​ໃດ​ກໍ່​ແມ່ນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 5 ສິງຫາ, ຢູ່ຮ່າໂນ້ຍ, .

ພັດ​ທະ​ນາ​ການ​ພົວ​ພັນ ກັບ​ຈີນ ຍາມ​ໃດ​ກໍ່​ແມ່ນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ - ảnh 1ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ການຕ້ອນຮັບທ່ານ ຊຸງບົວ ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ (ພາບ: VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນເນັ້ນໜັກວ່າ ການພັດທະນາການພົວພັນກັບ ຈີນຍາມໃດກໍ່ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ການຄັດເລືອກຍຸດທະສາດ, ບຸລິມະສິດແຖວໜ້າໃນແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບຂອງ ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ຕີລາຄາສູງທ່ານ ຊົງບົວ ໃນອາຍຸການປະຕິບັດງານຂອງຕົນ ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່. ທ່ານເອກອັກຄະລັດຖະທູດມີຄວາມມານະພະຍາຍາມຫຼາຍຢາງເພື່ອນຳການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ໃຫ້ນັບມື້ນັບພັດທະນາ  ແລະ ເຂົ້າສູ່ລວງເລິກ.

ສ່ວນທ່ານ ຊົງບົວເຊື່ອໝັ້ນວ່າ ສອງພັກ, ສອງລັດ ແລະ 2 ອົງການນິຕິບັນຍັດສອງປະເທດຈະສືບຕໍ່ພັດທະນາຢ່າງປອດໄສ ແລະ ມີສະຖຽນລະພາບ, ນຳຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນສອງປະເທດ, ປະກອບສ່ວນຢ່າງໃຫຍ່ຫຼວງກ່ວາອີກເຂົ້າໃນກິດຈະການແຫ່ງສັນຕິພາບ ແລະ ຄວາມກ້າວໜ້າຂອງມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ