ພັດທະນາການພົວພັນຫຼາຍດ້ານລະຫວ່າງຫວຽດນາມ - ຮຸງກາຣີ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ຮຸງກາຣີ ໃນລະຫວ່າງວັນທີ 27 – 29 ພຶດສະພາ, ຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ໂດຍທ່ານ ຫງວຽນວັນບິງ ເລຂາສູນກາງພັກ, ຫົວໜ້າຄະນະກຳມະການເສດຖະກິດສູນກາງ ນຳໜ້າ, ໄດ້ມີການພົບປະ, ເຈລະຈາກັບຜູ້ຕາງໜ້າການນຳລັດຖະບານ, ສະພາແຫ່ງຊາດ ແລະ ບາງກະຊວງ, ຂະແໜງການຂອງຮຸງກາຣີ.

ທີ່ບັນດາການພົບປະແລກປ່ຽນ, ສອງຝ່າຍຢັ້ງຢືນວ່າ ການຮ່ວມມືດ້ານເສດຖະກິດ - ການເງິນ ແມ່ນເສົາຄ້ຳບຸລິມະສິດໃນການພົວພັນສອງຝ່າຍ. ຝ່າຍຮຸງກາຣີ ປາດຖະໜາຢາກສ້າງເງື່ອນໄຂ ເພື່ອເປີດກວ້າງບັນດາການເຄື່ອນໄຫວດຳເນີນການລົງທຶນໂດຍກົງ, ການຮ່ວມທຸລະກິດ ແລະ ຖ່າຍທອດເຕັກໂນໂລຢີຢູ່ຫວຽດນາມ ໃນບັນດາຂົງເຂດ ທີ່ຮຸງກາຣີມີທ່າແຮງ ເຊັ່ນ ຜະລິດຕະພັນການຢາ, ອຸປະກອນການແພດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຄວາມໝັ້ນຄົງທາງເຄືອຂ່າຍອີນເຕີແນັດ, ການຄຸ້ມຄອງຊັບພະຍາກອນນ້ຳ, ກະສິກຳ… ຜູ້ຕາງໜ້າການນຳຮຸງກາຣີກໍໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສະໜັບສະໜູນ, ຊຸກຍູ້ການພົວພັນຮອບດ້ານລະຫວ່າງຫວຽດນາມ ແລະ ອີຢູ, ໃນນັ້ນ ມີການລົງນາມ, ໃຫ້ສັດຕະຍາບັນ ຢ່າງເປັນທາງການ ແລະ ປະຕິບັດ ສັນຍາການຄ້າເສລີລະຫວ່າງຫວຽດນາມ - ອີຢູ (EVFTA) ຢ່າງຄົບຖ້ວນ ໂດຍໄວ. ສ່ວນຝ່າຍຫວຽດນາມ ກໍພ້ອມແລ້ວທີ່ຈະໜູນຊ່ວຍ ຮຸງກາຣີ ເພີ່ມທະວີການຮ່ວມມືກັບອາຊຽນ ແລະ ບັນດາປະເທດສະມາຊິກຂອງສະມາຄົມ.

        ໃນຂອບເຂດການຢ້ຽມຢາມ, ຄະນະປະຕິບັດງານກໍໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສະຖານທູດ ແລະ ສະຫະສະມາຄົມຊາວຫວຽດນາມອາໄສຢູ່ຮຸງກາຣີ.


ຕອບກັບ

ຂ່າວ/ບົດ​ອື່ນ