ພັດທະນາການພົວພັນຮ່ວມມືມິດຕະພາບຫວຽດນາມ-ຈີນເພື່ອສັນຕິພາບ,ສະຖຽນລະພາບແລະຄວາມວັດທະນາຖາວອນ

ພັດທະນາການພົວພັນຮ່ວມມືມິດຕະພາບຫວຽດນາມ-ຈີນເພື່ອສັນຕິພາບ,ສະຖຽນລະພາບແລະຄວາມວັດທະນາຖາວອນ - ảnh 1
ພາບ​ປະ​ກອບ

 (vovworld) – ພັດ​ທະ​ນາ​ກາ​ນ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ ຫວຽດ​ນາມ - ຈີນ​ ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ ແລະ​ ຄວາມວັດ​ທະ​ນາ​ຖາ​ວອນ - ນັ້ນ​ແມ່ນ​ຫົວ​ຂໍ້​ບົດ​ຂຽນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມີງ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ຈີນ. ພາຍຫຼັງ​ທົບ​ທວນ​ຄືນ​ບັນ​ດາ​ຂີດ​ໝາຍ​ປະ​ທັບ​ໃຈ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ມິ​ດ​ຕະ​ພາບ ຫວຽດ​ນາມ - ຈີນ, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມີງ ຢັ້ງ​ຢືນ​ວ່າ: ປີ 2015 - ເຊິ່ງ​ແມ່ນປີ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດລະ​ຫວ່າງ 2 ປະ​ເທດ - ແມ່ນ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້ 2 ຝ່າຍ​ພ້ອມ​ກັນ​ທົບ​ທວນ​ຄືນ​ໄລ​ຍະ​ຜ່ານ​ມາ ແລະ ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ໄລ​ຍະ​​ໃໝ່​ໃນ​ການ​ພົວ​ພັນ 2 ປະ​ເທດ. ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຍາ​ມ​ໃດ​ກໍ່​ຖື​​ເປັນ​ສຳ​ຄັນການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ສະ​ເໝີ​ພາບ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ ຈີນ, ປາດ​ຖະ​ໜາ​ວ່າ​ການ​ພົວ​ພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ ນັບ​ມື້​ນັບ​ພັດ​ທະ​ນາ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ສະ​ຖຽນ​ລະ​ພາບ, ໝັ້ນ​ຄົງ. ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖີ່ນ 2 ປະ​ເທດ​ຄວນ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໂຄງ​ການ​ເຄື່ອນ​ໄຫວ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື, ການຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ, ຕອບ​ສະ​ໜອງ​ຄວາມ​​ມຸ່ງ​ມາດ​ປາດ​ຖະ​ໜາ ແລະ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ 2 ຝ່າຍ. ເພື່ອ​ປັບ​ປຸງ​ພື້ນ​ຖານ​ໝັ້ນ​ຄົງ​ໃຫ້​ແກ່​ການ​ພົວ​ພັນ 2 ປະ​ເທດ, 2 ຝ່າຍ​ຄວນ​ຕັ້​ງ​ໜ້າ​ມີ​ການ​ເຄື່ອນ​ໄຫວ​ແທດ​ຈິງຫຼາຍ​ຢ່າງ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ປະ​ຊາ​ຊົນ 2 ປະ​ເທດ, ພິ​ເສດ​ແມ່ນ​ລຸ້ນ​ໜຸ່ມ 2 ປະ​ເທດ.

        ຄຽງ​ຄູ່​ກັນ​ນັ້ນ, 2 ຝ່າຍ​ຄວນ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ລວມ​ສຳ​ຄັນ​ຂອງ​ການນຳ​ຂັ້ນ​ສູງ 2 ພັກ, 2 ລັດ ແລະ “ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຊີ້​ນຳ​ແກ້​ໄຂ​ບັນ​ຫາ​ບົນ​ທະ​ເລ ຫວຽດ​ນາມ - ຈີນ”, ຊຸກ​ຍູ້​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ​ກ່ຽວ​ກັບ​​ບັນ​ຫາ​ບົນ​ທະ​ເລ​ບົນ​ພື້​ນ​ຖານ​ກົດ​ໝາຍ​ສາ​ກົນ. ​ມ້ວນ​ທ້າຍ​ບົດ​ຂຽນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມີງ ເນັ້ນ​ໜັກ​ວ່າ: ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ ແລະ ຜົນ​ປະ​ໂຫຍດ​ລວມ​ຂອງທັງ 2 ຊາດ.


ຂ່າວ/ບົດ​ອື່ນ