ພັດ​ທະ​ນາການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະ​ພາ​ແຫ່ງ​ຊາດ ສ.ເກົາຫຼີ

(VOVWORLD) -  ຕອນບ່າຍວັນທີ 25 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ສ.ເກົາຫຼີ ໄດ້ເປັນປະທານການພົບປະກັບບັນດາສະມາຊິກຂອງກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ສ.ເກົາຫຼີ.
ພັດ​ທະ​ນາການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ສະ​ພາ​ແຫ່ງ​ຊາດ ສ.ເກົາຫຼີ - ảnh 1ບັນຍາກາດກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ທ່ານນາງ ຫງວຽນທິແທັງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ບັນດາສະມາຊິກໃນກຸ່ມສະມາຊິກລັດຖະສະພາ ມິດຕະພາບ ຫວຽດນາມ - ສ.ເກົາຫຼີ ຕ້ອງສະແດງບົດບາດຂອງຕົນອອກໃຫ້ຈະແຈ້ງກວ່າ, ຍົກສູງຄວາມຕັດສິນໃຈ ແລະ ຄວາມຮັບຜິດຊອບ, ເອົາໃຈໃສ່ຊຸກຍູ້, ເພີ່ມທະວີການພົວພັນພົບປະແລກປ່ຽນໃນການຮ່ວມມືທ້ອງຖິ່ນກັບ ສ.ເກົາຫຼີ ໃນຂົງເຂດທີ່ຕົນຮັບຜິດຊອບ; ເສີມຂະຫຍາຍພູມປັນຍາ, ປະສົບການ ແລະ ຄວາມສຸດຈິດສຸດໃຈ, ສືບຕໍ່ແມ່ນຂົວຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບ ສະພາແຫ່ງຊາດ ສ.ເກົາຫຼີ ກໍຄືການພົວພັນແລກປ່ຽນປະຊາຊົນ ໃຫ້ພັດທະນາຍິ່ງໆຂຶ້ນ.

        ກ່ຽວກັບທິດທາງການເຄື່ອນໄຫວ ໃນໄລຍະຈະມາເຖິງ, ກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ສ.ເກົາຫຼີ ໃຫ້ຮູ້ວ່າ ຈະສືບຕໍ່ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ແລະ ສ.ເກົາຫຼີ ຈັດບັນດາງານບຸນ, ການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ; ຊຸກຍູ້, ສົມທົບກັບຝ່າຍ ສ.ເກົາຫຼີ, ກຳມາທິການພົວພັນຕ່າງປະເທດຂອງສະພາແຫ່ງຊາດ, ກະຊວງການຕ່າງປະເທດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ …. ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ