ພັດທະນາຂະແໜງການເດີນທະເລຫວຽດນາມແບບຍືນຍົງ

ພັດທະນາຂະແໜງການເດີນທະເລຫວຽດນາມແບບຍືນຍົງ - ảnh 1
(ພາບປະກອບ)

(vovworld)- ​ພັດ​ທະ​ນາ ​ຂະ​ແໜງການ​ເດີນ​ທະ​ເລ ​ຫວຽດ​ນາມ​ແບບ​ຍືນ​ຍົງ ນີ້​ແມ່ນ​ຫົວ​ຂໍ້ ​ການ​ປະ​ຊຸມ​ສຳ​ມະ​ນາ ໂດຍ​ສະ​ຖານ​ທູດ​ລາ​ຊະ​ອາ​ນາ​ຈັກ​ໂຮນ​ລັງ ປະ​ຈຳ​ ຫວຽດ​ນາມ ພ້ອມ​ດ້ວຍ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ໂຮນ​ລັງ ປະ​ຈຳ​ ຫວຽດ​ນາມ, ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ-ໂຮນ​ລັງ ນະ​ຄອນ​ຮ໋າຍ​ຟ່ອງ ຮ່ວມ​ກັນ​ຈັດ​ຕັ້ງ, ຢູ່​ນະ​ຄອນ​ຮ໋າຍ​ຟ່ອງ, ໃນ​ຕອນ​ບ່າຍ ​ວັນ​ທີ 23/8. ເຫດ​ການ​ນີ ​້ແນໃສ່​ໃນ​ຂອບ​ເຂດບັ້ນ​ເຄື່ອນ​ໄຫວ​ທີ່​ມີ​ຊື່​ວ່າ ມື້​ອື່ນ​​ຂຽວ “Tomorrow is Green” ໂດຍ​ສະ​ຖານ​ທູດ ແລະ ກົງ​ສູນ​ໃຫຍ່​ລາ​ຊະ​ອາ​ນາ​ຈັກ​ໂຮນ​ລັງ ປະ​ຈຳ ​ຫວຽດ​ນາມ ລິ​ເລີ່ມ. ໂຄງ​ການ​ໄດ້​ຮຽກ​ຮ້ອງ ​ຫວຽດ​ນາມ-ໂຮນ​ລັງ​ ຮ່ວ​ມ​ແຮງ​ຮ່ວມ​ໃຈ​ກັນສ້າງອະ​ນາ​ຄົດ​ໃຫ້​ຍືນ​ຍົງ ແລະ ວັດ​ທະ​ນາ​ຖາ​ວອນ. ເນື້ອ​ໃນ​ຂອງກອງ​ປະ​ຊຸມ​ສຳ​ມະ​ນາ ​ສຸມ​ໃສ່​ແບ່ງ​ປັນ​ບັນ​ດາ​ມາດ​ຕະ​ການ​ແທດ​ຈິງ ​ໃນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ວັນ​ ຂອງວິ​ສາ​ຫະ​ກິດ​ໂຮນ​ລັງ ແລະ ຫວຽດ​ນາມ ປະ​ຈຳ ຮ໋າຍ​ຟ່ອງ. ຜ່ານ​ກອງ​ປະ​ຊຸມ, ຜູ້​ຕາງ​ໜ້າ​ບັນ​ດາ​ວິ​ສາ​ຫະ​ກິດ, ບັນ​ດາ​ສະ​ຫະ​ສະ​ມາ​ຄົມ, ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ ໄດ້​ແລກ​ປ່ຽນ​ບັນ​ດາ​ຂໍ້​ຫຍຸ້ງ​ຍາກ ສິ່ງ​ທ້າ​ທາຍ ໃນ​ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາ​ຂະ​ແໜງ​ເດີນ​ທະ​ເລ.

ຂ່າວ/ບົດ​ອື່ນ