ພັດທະນາຂະແໜງອຸດສາຫະກຳລົດໂອໂຕໃຫ້ກາຍເປັນຂະແໜງເສດຖະກິດຕົ້ນຕໍຂອງຫວຽດນາມ

ພັດທະນາຂະແໜງອຸດສາຫະກຳລົດໂອໂຕໃຫ້ກາຍເປັນຂະແໜງເສດຖະກິດຕົ້ນຕໍຂອງຫວຽດນາມ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ
(ພາບ: baochinhphu.vn)

(vovworld) - ​​​ ​​ ​ວັນ​ທີ 10/11, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ສະ​ພາບ​​ພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳລົດ​ໂອ​ໂຕ​ຫວຽດ​ນາມ. ສະ​ຫຼຸບກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ເນັ້ນ​ໜັກ​ເຖິງຄາດ​ໝາຍ​ເພື່ອພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ລົດ​ໂອ​ໂຕ ໃຫ້​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ​ຕົ້ນ​ຕໍ່​ຂອງ​ຫວຽດ​ນາມ, ສ້າງ​ກຳ​ລັງ​ໜູນ​ໃນ​ການ​ພັດ​ທະ​ນາ, ປະ​ກອບ​​ສ່ວນເຂົ້າ​​ໃນການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງປະ​ຊາ​ຊົນ, ວິ​ສາ​ຫະ​ກິດ, ມຸ່​ງ​ໄປ​ເຖິງ​ການ​ສົ່ງ​ອອກ. ຢາກ​ບັນ​ລຸ​ໄດ້​ຄາດ​ໝາຍດ​ັ່ງ​ກ່າວ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢືນ​ຢັນ​ວ່າ, ຕ້ອງ​ມີ​ຄວາມ​ຕັດ​ສິນ​ໃຈ​ສູງ, ມີ​ການ​ກະ​ທຳ​ຢ່າງ​ຂ້ຽວ​ຂາດ, ​ເຫັນ​ດີ​ເຫັນ​ພ້ອມ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ວິ​ສາ​ຫ​ະ​ກິດ. ຖື​ຄາດ​ໝາຍ​ພັດ​ທະ​ນາ​ເພື່ອ​​ເປັນ​ການກະ​ທຳ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ວິ​ສາ​ຫະ​ກິດ, ນັບ​ທັງ​ບັນ​ດາ​ວິ​ສາ​ຫະ​ກິດ​ຜະ​ລິດ, ປະ​ກອບ​ລົດ​ໂອ​ໂຕ ​ຫຼື ບັນ​ດາ​ວິ​ສາ​ຫະ​ກິດ​ສຳ​ຮອງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ກ​ໍ​ສະ​ໜີ​ບັນ​ດາ​ວິ​ສາ​ຫະ​ກິດ​ຜະ​ລິດ, ປະ​ກອບ​ລົດ​ໂອ​ໂຕ ຄວ​ນຕັ້ງ​ໜ້າ​ເຂົ້າ​ຮ່ວມ, ເປັນ​ເຈົ້າ​ການກວ່າ… ບັນ​ດາ​ວິ​ສາ​ຫະ​ກິດ​ຄວນ​​ສ້າງ​ໂຄງ​ປະ​ກອບຄືນ​ໃໝ່, ຄັດ​ເລືອກ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ, ຫຼຸດ​ຜ່ອນ​ລາຍ​ຈ່າຍ​​ໃນການ​ຜະ​ລິດ, ຍົກ​ສ​ູງ​ຄຸນ​ນະ​ພາບ, ຫຼຸດ​ຜ່ອນ​ລາ​ຄາ​ສິນ​ຄ້າ.

ຂ່າວ/ບົດ​ອື່ນ