ພັດທະນາຕົວເມືອງຂຽວ,ທັນສະໄໝຢູ່ຫວຽດນາມ

ພັດທະນາຕົວເມືອງຂຽວ,ທັນສະໄໝຢູ່ຫວຽດນາມ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

(vovworld) – ​ໂດຍ​ສະ​ເຫຼີ​ມສະຫຼອງ​ວັນ​ຕົວ​ເມືອງ ຫວຽດນາມ (8/11), ຕອນ​ເຊົ້າ​ວັນ​ທີ 7/11, ຢູ່ ຮ່າ​ໂນ້ຍ, ສະມາຄົມ​ວາງ​ແຜນຜັງ​ພັດທະນາ​ຕົວ​ເມືອງ ຫວຽດນາມ ​​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາວິທະຍາ​ສາດ​ສາກົນ​ທີ່​ມີ​ຫົວ​ຂໍ້​ວ່າ “ວາງ​ແຜນຜັງ ​ແລະ ພັດທະນາ​ຕົວ​ເມືອງ​ຂຽວ, ທັນ​ສະ​ໄໝຢູ່​ຫວຽດນາມ”. ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ບົດ​ທາ​ບທາມ​ຄວາມ​ເຫັນ​ກ່ວາ 20 ບົດ​ຂອງ​ບັນດາ​ນັກ​ຊ່ຽວຊານ ສ ​ເກົາຫຼີ ​ແລະ ນັກ​ຮຽນ​ຮູ້ ຫວຽດນາມ, ສຸມ​ໃສ່​ເຂົ້າ​ໃນ 2 ​ເນື້ອ​ໃນ​ຕົ້ນ​ຕໍ່​ຄື: ວາງ​ແຜນຜັງ​ຕົວ​ເມືອງ​ຂຽວ, ທັນ​ສະ​ໄໝ - ທ່າ​ອ່ຽງ ​ແລະ ບົດຮຽນ​ຈາກ ສ ​ເກົາຫຼີ ​ແລະ ທັດສະນະ, ສະ​ເໜີ​ຈາກ​ບັນດາ​ທ້ອງ​ຖີ່​ນຂອງ ຫວຽດນາມ.

    ພ້ອມ​ກັບ​ຕົວ​ເມືອງ​ຂຽວ, ຕົວ​ເມືອງ​ທັນ​ສະ​ໄໝ​ພວມ​ແມ່ນ​ທ່າ​ອ່ຽງພັດທະນາ​ຂອງ​ໂລກ, ຊ່ວຍ​ຊີວິດ​ການ​ເປັນ​ຢູ່​ຂອງ​ມະ​ນຸດ​ປອດ​ໄພ, ສະ​ດວກ​ສະບາຍ​ກ່ວາ. ​ເພື່ອ​ພັດທະນາ​ຕົວ​ເມືອງ​ຂຽວ, ທັນ​ສະ​ໄໝຢູ່ ຫວຽດນາມ ຄວນ​ກຳນົດ​ຮູບ​ແບບ​ຕົວ​ເມືອງ​ເຕີບ​ໂຕ​ຂຽວ​ຜ່ານ​ການ​ສຳ​ຫຼວດຕີ​ລາຄາ​ຮອບດ້ານ​ບັນດາ​ບັນຫາ, ສິ່ງ​ທ້າ​ທາຍ ​ແລະ ຄົ້ນ​ຄ້ວາ​ຮູບ​ແບບ​ຕົວ​ເມືອງ​ເຕີບ​ໂຕ​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຢູ່ ຫວຽດນາມ, ພ້ອມ​ທັງ​ສົມທົບ​ກັບ​ບັນດາ​ຮູບ​​ແບບ​ວາງ​ແຜນຜັງ ​ແລະ ຄຸ້ມ​ຄອງ​ຕົວ​ເມືອງ​ນຳ​ໃຊ້​ພະລັງງານ​ຢ່າງ​ມີ​ປະສິ​ດທິຜົນ, ປະລິມານກາກ​ບອນ ຕຳ່ດ້ວຍ​ການ​ເພີ່ມ​ທະວີ​ຄວາມ​ສາມາດ​ຮັບ​ມື​ກັບ​ໄພພິບັດທຳ​ມະ​ດາ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

        ວັນ​ທີ 8/11, ກະຊວງ​ກໍ່ສ້າງ, ສະມາຄົມ​ວາງແຜ​ນຜັງຕົວ​ເມືອງ ຫວຽດນາມ ຈະ​ຈັດ​ຕັ້ງ​ການສະ​ເຫຼີ​ມສະຫຼອງ​ວັນ​ຕົວ​ເມືອງ ຫວຽດນາມ, ​ເນື່ອງ​ໃນ​ໂອກາດ​ນີ້, ສະມາຄົມ​ວາງ​ແຜນຜັງ​ຕົວ​ເມືອງ ຫວຽດນາມ ​ເປັນ​ກຽດ​ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 2 ຈາກປະທານ​ປະ​ເທດ​.

 

ຂ່າວ/ບົດ​ອື່ນ