ພັດທະນາຕະຫລາດຫລັກຊັບເພື່ອສ້າງຊ່ອງລະດົມທຶນໄລຍະກາງແລະຍາວໃຫ້ແກ່ການພັດທະນາເສດຖະກິດ

(VOVWORLD) -ຜ່ານ 25 ປີ ແຫ່ງການສ້າງຕັ້ງ, ຕະຫລາດຫລັກຊັບ ຫວຽດນາມກາຍເປັນຊ່ອງລະດົມທຶນທີ່ສຳຄັນໃຫ້ແກ່ພື້ນຖານເສດຖະກິດ ແລະຊຸກຍູ້ຕະຫລາດການເງິນພັດທະນາ.


ພັດທະນາຕະຫລາດຫລັກຊັບເພື່ອສ້າງຊ່ອງລະດົມທຶນໄລຍະກາງແລະຍາວໃຫ້ແກ່ການພັດທະນາເສດຖະກິດ - ảnh 1ທ່ານ ເລມີງຄາຍ ຮອງນາຍົກລັດຖະມົນຕີ ຫວຽດນາມ ມອບຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສ້າງຕັ້ງສູນພົວພັນຄ້າຂາຍຫລັກຊັບ. (ພາບ:VGP)

ຕອນເຊົ້າວັນທີ 11 ທັນວາ ຢູ່ ຮ່າໂນ້ຍ, ທ່ານ ເລມີງຄາຍ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດຕົວສູນພົວພັນຄ້າຂາຍຫລັກຊັບ ຫວຽດນາມ.

ກ່າວຄຳເຫັນທີ່ພິທີ, ທ່ານ ເລມີງຄາຍ ຮອງນາຍົກລັດຖະມົນຕີ   ເນັ້ນຫນັກວ່າ: ພັດທະນາຕະຫລາດຫລັກຊັບ ເພື່ອແນໃສ່ສ້າງຊ່ອງລະດົມທຶນໄລຍະກາງ ແລະ ຍາວໃຫ້ແກ່ການພັດທະນາເສດຖະກິດ ແມ່ນແຜນນະໂຍບາຍໃຫຍ່ ແລະ ສະເຫມີຕົ້ນສະເຫມີປາຍຂອງພັກ, ລັດ.

“ສູນພົວພັນຄ້າຂາຍຫລັກຊັບ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ ຈະເປັນເອກະພາບຮູບແບບຈັດຕັ້ງ, ກົນໄກນະໂຍບາຍ ແລະພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານ ຮັບໃຊ້ຕະຫລາດ, ພິເສດ ເປັນເອກະພາບບັນດາພາກສ່ວນຕະຫລາດຫລັກຊັບຫວຽດນາມພວມຢູ່ກະແຈກກະຈາຍ ຈາກນັ້ນ ເພີ່ມຂອບຂະຫນາດ ແລະ ທີ່ຕັ້ງຂອງຕະຫລາດຫລັກຊັບ ຫວຽດນາມ, ມີມາດຖານພຽງພໍເພື່ອເຊື່ອມໂຍງ ແລະ ຮ່ວມສຳພັນກັບສາກົນ, ດຶງດູດກະແສເງິນລົງທຶນຢູ່ ພາຍໃນປະເທດ ແລະ ຈາກຕ່າງປະເທດໃຫ້ດີກວ່າ. ຂ້າພະເຈົ້າປາດຖະຫນາວ່າ ຂະແຫນງຫລັກຊັບ ເວົ້າລວມ ແລະ ສູນພົວພັນຄ້າຂາຍຫລັກຊັບ ຫວຽດນາມ ເວົ້າສະເພາະ ມີການປ່ຽນແປງຢ່າງແຮງກວ່າອີກ ເພື່ອໃຫ້ຕະຫລາດຫລັກຊັບມີຄວາມໂປ່ງໃສກວ່າ, ມີຄຸນນະພາບກວ່າ.”

ຕອບກັບ

ຂ່າວ/ບົດ​ອື່ນ