ພັດທະນານະຄອນ ດ່ານັ້ງ ໃຫ້ສອດຄ່ອງກັບນະຄອນທີ່ໜ້າມາຫາ ແລະ ດຳລົງຊີວິດ

(VOVWORLD) -ບັນດານັກຊ່ຽວຊານໄດ້ສຸມໃສ່ປຶກສາຫາລືກ່ຽວກັບຂີດໝາຍສ້າງເຄື່ອງໝາຍການຄ້າ ດ່ານັ້ງ ທີ່ໜ້າມາຫາໃນສະພາບການໃໝ່.
ພັດທະນານະຄອນ ດ່ານັ້ງ ໃຫ້ສອດຄ່ອງກັບນະຄອນທີ່ໜ້າມາຫາ ແລະ ດຳລົງຊີວິດ - ảnh 1(ທີ່ກອງປະຊຸມສຳມະນາ)

ພັດທະນານະຄອນ ດ່ານັ້ງ ໃຫ້ສອດຄ່ອງກັບນະຄອນທີ່ໜ້າມາຫາ ແລະ ດຳລົງຊີວິດ. ນັ້ນແມ່ນຫົວຂໍ້ຂອງກອງປະຊຸມສຳມະນາ, ເຊິ່ງດຳເນີນໃນຕອນເຊົ້າວັນທີ 27 ມິຖຸນາ, ຢູ່ນະຄອນ ດ່ານັ້ງ. ກອງປະຊຸມລວມມີວາລະປຶກສາຫາລື 2 ຄັ້ງ ດ້ວຍຫົວຂໍ້ “ພັດທະນາ ດ່ານັ້ງ ໃຫ້ສອດຄ່ອງກັບນະຄອນທີ່ໜ້າມາຫາ” ແລະ “ສອດຄ່ອງກັບນະຄອນທີ່ໜ້າດຳລົງຊີວິດ”.

        ບັນດານັກຊ່ຽວຊານໄດ້ສຸມໃສ່ປຶກສາຫາລືກ່ຽວກັບຂີດໝາຍສ້າງເຄື່ອງໝາຍການຄ້າ ດ່ານັ້ງ ທີ່ໜ້າມາຫາໃນສະພາບການໃໝ່. ດ່ານັ້ງ ສະເໜີແນະຍູ້ແຮງການເຄື່ອນໄຫວເສດຖະກິດຕອນກາງຄືນ, ການວາງແຜນຜັງ ແລະ ພັດທະດາເຂດເສດຖະກິດຕອນກາງຄືນທີ່ທັນສະໄໝ, ມີຄຸນນະພາບສູງຄືບັນດາເຂດການບໍລິການບັນເທິງ. ນະຄອນກໍ່ຄວນລົງທຶນ, ພັດທະນາ ເພື່ອຍົກລະດັບຄຸນນະພາບບັນດາສະຖານທີ່ທ່ອງທ່ຽວເຊິ່ງໄດ້ມີຊື່ສຽງແລ້ວ, ສ້າງຂີດໝາຍເປັນເອກະລັກສະເພາະ. ປະຈຸບັນ, ນະຄອນ ດ່ານັ້ງ ພວມຫັນປ່ຽນໂຄງປະກອບເພື່ອໃຫ້ກາຍເປັນໃຈກາງອຸດສາຫະກຳ - ເຕັກໂນໂລຊີສູງ, ດຶງດູດແຫຼ່ງກຳລັງມີຄຸນນະພາບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ