ພັດທະນາມິດອາຣັບເຄົາລົບຄຳສັ່ງຢຸດຍິງຢູ່Yemen

ພັດທະນາມິດອາຣັບເຄົາລົບຄຳສັ່ງຢຸດຍິງຢູ່Yemen - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ​ພັນ​ທະ​ມິດ​ຕ້ານ​ພວກ​ກະ​ບົດ Houthi ເຊິ່ງ​​ໄດ້​ຮັບ​ການໜູນ​ຫຼັງຈາກ​ອີ​ຣານ ໂດຍ​ຊະ​ອຸ​ດີ​ອາ​ຣາ​ເບຍ ນຳ​ໜ້າ​ໃນ​ກວ່າ 1 ​ປີ​ຜ່ານ​ມາ​ຖະ​ແຫຼງວ່າ ຈະ​ເຄົາ​ລົບ​ຂໍ້​ຕົ​ກ​ລົງ​ຢຸດ​ຍິງ​ໂດຍ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ຄົນ​ກາງ​ໄກ​ເກ່ຍ ເຊິ່ງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ແຕ່​ເວ​ລາ 21 ໂມງ GMT ຂອງວັນ​ທີ 10/04. ຕາມ​ຖະ​ແຫ​ຼງ​ກາ​ນ​ດັ່ງ​ກ່າວ, ພັນ​​ທະ​ມິດອາ​ຣັບ ຈະ​ເຄົາ​ລົບ​ຂໍ້​ຕົກ​ລົງ​ຢຸ​ດ​ຍິງ​ຢູ່ Yemen ເລີ່ມ​ແຕ່​ຕອນ​ກາງຄືນ​ວັນ​ທີ 10/04 ຕາມ​ຂໍ້​ສະ​ເໜີ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Mansour Hadi ແຕ່​ຍັງ​​ຄົງ​ຄັດ​ຄ້ານ​ຕໍ່​ທຸກ​ການ​ບຸກ​ໂຈມ​ຕ​ີ​ຂອງ​ພວກ​ກະ​ບົດ​ໃດໆ.

ຂ່າວ/ບົດ​ອື່ນ