ພັດ​ທະ​ນາ​ລັດ​ຖະ​ບານດີ​ຈີ​ຕອນຢ່າງ​​ມີ​ວິ​ທີ​ທີ່ຮອບ​ດ້ານ

(VOVWORLD) -ນີ້ແມ່ນເນື້ອໃນ ທີ່ໄດ້ລະບຸໃນຍຸດທະສາດພັດທະນາລັດຖະບານເອເລັກໂຕນິກ ມຸ່ງໄປສູ່ລັດຖະບາດີຈີຕອນໄລຍະ 2021 – 2025, ກຳນົດທິດຮອດປີ 2030 ທີ່ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຫາກໍ່ເຊັນອະນຸມັດຜ່ານ.
ພັດ​ທະ​ນາ​ລັດ​ຖະ​ບານດີ​ຈີ​ຕອນຢ່າງ​​ມີ​ວິ​ທີ​ທີ່ຮອບ​ດ້ານ - ảnh 1ພາບປະກອບ: KT

ພັດທະນາລັດຖະບານດີຈີຕອນຢ່າງສັງລວມ, ຮອບດ້ານ, ມີວີທີການເຮັດວຽກບຸກທະລຸ, ມີລັກສະນະແຕກຕ່າງກັນ ເພື່ອປະຕິບັດສຳລັດບັນດາມາດຖານພັດທະນາລັດຖະບານດີຈີຕອນໂດຍພື້ນຖານໃນປີ 2021 ແລະ ສ້າງລັດຖະບານດີຈີຕອນໃນປີ 2025.

ນີ້ແມ່ນເນື້ອໃນ ທີ່ໄດ້ລະບຸໃນຍຸດທະສາດພັດທະນາລັດຖະບານເອເລັກໂຕນິກ ມຸ່ງໄປສູ່ລັດຖະບາດີຈີຕອນໄລຍະ 2021 – 2025, ກຳນົດທິດຮອດປີ 2030 ທີ່ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຫາກໍ່ເຊັນອະນຸມັດຜ່ານ.

5 ກຸ່ມເປົ້າໝາຍຮອດປີ 2025 ໄດ້ລະບຸໃນຍຸດທະສາດລວມມີ: ສະໜອງການບໍລິການທີ່ມີຄຸນນະພາບເພື່ອຮັບໃຊ້ສັງຄົມ, ລະດົມການເຂົ້າຮ່ວມຂອງສັງຄົມໃນວົງກ້ວາງ, ເຄື່ອນໄຫວບັນດາການເຄື່ອນໄຫວຂອງອົງການແຫ່ງລັດຢ່າງດີທີ່ສຸດ, ແກ້ໄຂບັນດາບັນຫາໃຫຍ່ໃນການພພັດທະນາເສດຖະກິດ ສັງຄົມຢ່າງມີປະສິດທິຜົນ, ປ່ຽນແປ່ງການຈັດອັນດັບຂອງປະເທດຊາດຢ່າງບຸກທະລຸ ດ້ວຍບັນດາມາດຖານທີ່ຕ້ອງບັນລຸໄດ້ ແມ່ນນຳ ຫວຽດນາມ ໃຫ້ນອນໃນTop 50 ປະເທດນຳໜ້າກ່ຽວກັບດັດຊະນີສັງລວມ, ດັດຊະນີເຂົ້າຮ່ວມດີຈີຕອນ ກໍ່ຄືດັດຊະນີຂໍ້ມູນເປີດ.

ຕອບກັບ

ຂ່າວ/ບົດ​ອື່ນ