ພັດທະນາສາຍການບິນໂດຍກົງລະຫວ່າງ ຫວຽດນາມ ແລະ ບັນດາບໍລິເວນເຂດຈຸດສຸມ

(VOVWORLD) -ບັນດາບໍລິສັດການບິນ ຫວຽດນາມ ຈະເປີດສາຍການບິນໃໝ່ແຕ່ ດ່າໜັງ, ຫາຍຟ່ອງ, ຍາຈາງ, ຟູ໋ກວ໋ກ, ດາລາດ, ເຫ້ວ, ເກີ່ນເທີ.... ໄປຍັງບັນດາແຂວງຂອງຈີນ.
ພັດທະນາສາຍການບິນໂດຍກົງລະຫວ່າງ ຫວຽດນາມ ແລະ ບັນດາບໍລິເວນເຂດຈຸດສຸມ - ảnh 1 (ພາບປະກອບ/TTXVN)

ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ອະນຸມັດຜ່ານແຜນຮ່າງການກຳນົດທິດພັດທະນາສາຍການບິນລະຫວ່າງ ຫວຽດນາມ ແລະ ບັນດາປະເທດ, ບໍລິເວນເຂດຈຸດສຸມເພື່ອແນໃສ່ຊຸກຍູ້ການລົງທຶນພັດທະນາ, ເພີ່ມທະວີການພົບປະແລກປ່ຽນ, ເຊື່ອມໂຍງເຂົ້າກັບສາກົນ. ເປົ້າໝາຍແຜນຮ່າງແມ່ນເພື່ອແນໃສ່ພັດທະນາ ສາຍການບິນສາກົນລະຫວ່າງ ຫວຽດນາມ ແລະ ບັນດາຕະຫຼາດຈຸດສຸມຂອງ ຫວຽດນາມ ລວມມີ ອາເມລິກາ, ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ໄທ, ມາເລເຊຍ, ສະຫະພັນລັດເຊຍ, ເຢັຍລະມັນ, ອົດສະຕາລີ, ຝະລັ່ງ, ອັງກິດ, ອິນເດຍ ກໍ່ຄືບັນດາຕະຫຼາດມີຄວາມສາມາດບົ່ມຊ້ອນອື່ນຄືບັນດາສະຫະລັດອາຣັບ ເອມມີເລດ, ອາຝະຣິກກາໃຕ້.... ເພື່ອຊຸກຍູ້ການລົງທຶນພັດທະນາ, ເພີ່ມທະວີການພົບປະແລກປ່ຽນ, ເຊື່ອມໂຍງເຂົ້າກັບສາກົນ.

        ກ່ຽວກັບການກຳນົດທິດພັດທະນາສາຍການບິນເຖິງ ຈີນ, ຮອດປີ 2020, ບັນດາບໍລິສັດການບິນ ຫວຽດນາມ ຈະເປີດສາຍການບິນໃໝ່ແຕ່ ດ່າໜັງ, ຫາຍຟ່ອງ, ຍາຈາງ, ຟູ໋ກວ໋ກ, ດາລາດ, ເຫ້ວ, ເກີ່ນເທີ.... ໄປຍັງບັນດາແຂວງຂອງຈີນ.

        ກ່ຽວກັບການກຳນົດທິດພັດທະນາສາຍການບິນເຖິງ ອາເມລິກາ, Vietnam Airlines ຈະເປີດສາຍການບິນໂດຍກົງເຖິງອາເມລິກາດ້ວຍການຄັດເລືອກເບື້ອງຕົ້ນແມ່ນ ສະຖານທີ່ຢູ່ຝັງຕາເວັນຕົກຂອງອາເມລິກາ (San Francisco ຫຼື Los Angeles) ໃນປີ 2018.


ຕອບກັບ

ຂ່າວ/ບົດ​ອື່ນ