ພັດ​ທະ​ນາ​ຮູບ​ແບບ “ເຂົ້າ​ຫອມ - ກຸ້ງ​ສະ​ອາດ” ຢູ່ເຂດ​ແມ່​ນ້ຳ​ຂອງ

(VOVWORLD) -ຕອນບ່າຍວັນທີ 10 ກຸມພາ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບ ຄະນະກຳມະການປະຊາຊົນແຂວງ ບາກລຽວ ແລະ ໜັງສືພິມໄວໜຸ່ມຈັດກອງປະຊຸມສຳມະນາດດ້ວຍຫົວຂໍ້: ພັດທະນາຮູບແບບ “ເຂົ້າຫອມ - ກຸ້ງສະອາດ” ຢູ່ເຂດແມ່ນ້ຳຂອງ.

ພັດ​ທະ​ນາ​ຮູບ​ແບບ “ເຂົ້າ​ຫອມ - ກຸ້ງ​ສະ​ອາດ” ຢູ່ເຂດ​ແມ່​ນ້ຳ​ຂອງ - ảnh 1ທ່ານ ເລມິງຮວານ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກ່າວຄຳເຫັນທີ່ ກອງປະຊຸມສຳມະນາ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລມິງຮວານ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເນັ້ນໜັກວ່າ: ຮູບແບບການພັດທະນາກຸ້ງ - ເຂົ້າແມ່ນຊ່ວຍໃຫ້ ຊາວກະສິກອນມີລາຍຮັບສູງ ແຕ່ວ່າຊ້ຳນັ້ນຍັງບໍ່ພໍເທື່ອ. ຮູບແບບນີ້ເປັນແບບຢ່າງກ່ຽວກັບຊີວະນາໆພັນ, ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ. ເພາະສະນັ້ນ, ໝົດທຸກຄົນນັບແຕ່ຊາວກະສິກອນ, ລັດ, ນັກວິທະຍາສາດ, ວິສາຫະກິດຄວນຮ່ວມແຮງຮ່ວມໃຈຍົກສູງຄຸນຄ່າຜົນປະໂຫຍດດ້ານເສດຖະກິດຂອງຮູບແບບນີ້ ກໍ່ຄື ສິ່ງແວດລ້ອມ, ຕ້ອງເຮັດແນວໃດເພື່ອໃຫ້ຄວາມສຸດຈິດສຸດໃຈຂອງນັກວິທະຍາສາດ ໄດ້ເຂົ້າເຖິງ ຊາວກະສິກອນ, ຫັນແນວຄິດໃຫ້ປະກົດຜົນເປັນຈິງ, ນຳເອົາຜົນປະໂຫຍດມາໃຫ້ສັງຄົມ.

ທ່ານ ເລມິງຮວານສະເໜີວ່າ ຄວນມີວິທີເຮັດຢ່າງລະອຽດ, ມີຫົວປະດິດຄິດສ້າງ, ເໝາະສົມກັບລະດັບຄວາມຮູ້ຂອງຊາວກະສິກອນ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າໃຈໄດ້ ແລະ ປະຕິບັດບັນດາບັນຫາທີ່ນັກວິທະຍາສາດຍົກອອກມາ ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ