ພັດທະນາຮູບແບບທ່ານໝໍຄອບຄົວຕິດພັນກັບການເພີ່ມທະວີລະບົບສາທາລະນະສຸກຂັ້ນຮາກຖານ

ພັດທະນາຮູບແບບທ່ານໝໍຄອບຄົວຕິດພັນກັບການເພີ່ມທະວີລະບົບສາທາລະນະສຸກຂັ້ນຮາກຖານ - ảnh 1
(ພາບ​ປະ​ກອບ: baohaiquan.vn)

(vovworld) - ​​ ພັດ​ທະ​ນາ​ຮ​ູ​ບ​ແບບ​ທ່ານ​ໝໍ​ຄອບ​ຄົວ​ຕິດ​ພັນ​ກັບ​ການ​ເພີ່ມ​ທະ​ວີລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຂັ້​ນ​ຮາກ​ຖານ. ນີ້​ແມ່ນ​ຄາດ​ໝາຍຂອງ​ແຜນ​ການ​ທະ​ວີ​ຄູນຮ​ູ​ບ​ແບບ​ທ່ານ​ໝໍ​ຄອບ​ຄົວຢູ່​ຫວຽດ​ນາມ ໄລ​ຍະ 2016 – 2020 ໄດ້​ຍົກ​ອອກ​ມາທີ່ກອງ​ປະ​ຊຸມ​ກຸ່ມ​ຄູ່​ຮ່ວມ​ມືສາ​ທາ​ລະ​ນະ​ສຸກ​ຂັ້ນ​ແຂ​ວງ ໂດຍ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກຈັດ​ຕັ້ງ​ໃນ​ວັນ​ທີ 02/08 ຢູ່ ເທດ​ສະ​ບານເມືອງ ຊາ​ປາ, ແຂວງ​ລາວ​ກາຍ. ກອງ​ປະ​ຊຸມ​ໂດຍ​ມີ​ການ​ເຂົ້າ​ຮ່ວມຂອງ​ບັນ​ດາ​ອົງ​ການ​ຮ່ວມ​ມື​ພັດ​ທະ​ນາ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສະ​ຫະ​ປະ​ຊາ​ຊາດ, ບັນ​ດ​າ​ທະ​ນາ​ຄານ​​ພັດ​ທະ​ນາ​ສາ​ກົນ, ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ​ຢູ່​ຫວຽດ​ນາມ. ຜູ້​ຕາງ​ໜ້າ​ບັນ​ດາ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ຂັ້ນ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ. ດ້ວຍ​ຫົວ​ຂໍ້ “​ຮ​ູ​ບ​ແບບ​ທ່ານ​ໝໍ​ຄອບ​ຄົວ​ຕິດ​ພັນ​ກັບ​ການ​ເພີ່ມ​ທະ​ວີລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຂັ້ນຮາກ​ຖານ ຮັບ​ປະ​ກັນ​ຄວາມ​ຍຸ​ຕິ​ທຳ ແລະ ປົກ​ປ້ອງ​ທົ່ວ​ປວງ​ຊົນ”, ທີ່​ກອງ​ປະ​ຊຸ​ມ​ຄັ້ງ​ນີ້, ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ໄດ້​ແບ່ງ​ປັນທັດ​ສະ​ນະ, ບົດ​ຮຽນ​ກ່​ຽວ​ກັບ​ການ​ພັດ​ທະ​ນາ​ຮ​ູ​ບ​ແບບ​ທ່ານ​ໝໍ​ຄອບ​ຄົວ​ຢູ່​ຫວຽດ​ນາມ ດ້ວຍ​ຄາດ​ໝາຍ​ເພີ່ມ​ທະ​ວີ​ລະ​ບົບສາ​ທາ​ລະ​ນະ​ສຸກ​ຂັ້ນ​ຮາກ​ຖານ​ເພື່ອ​ຮັບ​ປະ​ກັນ​​ການກໍ່​ສ້າງລະ​ບົບສາ​ທາ​ລະ​ນະ​ສຸ​ກ​ຖື​ມະ​ມຸດ​ເປັນ​ໃຈ​ກາງ, ເພີ່ມ​ທະ​ວີ​​ຄວາມ​ສາ​ມາດ​ໃນການ​ສຳ​ພັດ​ກັບ​ການ​ບໍ​ລິ​ຫານ, ຮັບ​ປະ​ກັນ​ຄຸນ​ນະ​ພາບ, ຍຸ​ຕິ​ທຳ ແລະ ມີ​ປະ​ສິດ​ທິ​ຜົນ.

ຂ່າວ/ບົດ​ອື່ນ