ພັດ​ທະ​ນາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ແບບ​ຍືນ​ຍົງ

(VOVWORLD) -ມີບົດລາຍງານກ່ວາ 20 ສະບັບ ຢູ່ເວທີປາໄສໄດ້ສຸມໃສ່ປຶກສາຫາລື 5 ຂົງເຂດຫຼັກຄືການ: ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ກະສິກຳ ແລະ ສິນໃນນ້ຳທີ່ນຳໃຊ້ເຕັກໂນໂລຢີສູງ, ເສດຖະກິດທະເລ - ເສດຖະກິດໝູນວຽນ.
ພັດ​ທະ​ນາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ແບບ​ຍືນ​ຍົງ - ảnh 1ທ່ານ ເຈິ່ນຢຸຍດົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວຄຳເຫັນທີ່ ເວທີປາໄສ
(ພາບ: VOV)

ວັນທີ 30 ຕຸລາ, ຢູ່ນະຄອນເກິ່ນເທີ, ມະຫາວິທະຍາໄລ ເກິ່ນເທີໄດ້ຈັດຕັ້ງເວທີປາໄສສາກົນ “ພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ແບບຍືນຍົງ: ວິທະຍາສາດ ແລະ ເຕັກໂນໂລຢີ - ກຳລັງໜູນໃຫ້ແກ່ການປ່ຽນແປງໃໝ່ ແລະ ພັດທະນາແບບຍືນຍົງ”. ເວທີປາໄສໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນກ່ວາ 500 ທ່ານທີ່ມາຈາກບັນດາອົງການລັດຖະບານ, ກະຊວງ ຂະແໜງການ, ສະຖາບັນ, ໂຮງຮຽນ, ວິສາຫະກິດ ແລະ ບັນດາອົງການຈັດຕັ້ງສາກົນ.

        ມີບົດລາຍງານກ່ວາ 20 ສະບັບ ຢູ່ເວທີປາໄສໄດ້ສຸມໃສ່ປຶກສາຫາລື 5 ຂົງເຂດຫຼັກຄືການ: ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ກະສິກຳ ແລະ ສິນໃນນ້ຳທີ່ນຳໃຊ້ເຕັກໂນໂລຢີສູງ, ເສດຖະກິດທະເລ - ເສດຖະກິດໝູນວຽນ, ສິ່ງແວດລ້ອມ - ຊັບພະຍາກອນທຳມະຊາດ - ການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນດີຈີຕອນ.

        ຢູ່ເວທີປາໄສ, ທ່ານ ເຈິ່ນຢຸຍດົງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຢັ້ງຢືນວ່າ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍ, ຜົນກະທົບຢ່າງໃຫຍ່ຫຼວງຈາກການປ່ຽນແປງດິນຟ້າອາກາດ. ເພາະສະນັ້ນ, ການວາງແຜນກຳນົດເຂດໄລຍະ 2021 – 2030, ວິໄສທັດຮອດປີ 2050 ແມ່ນການວາງແຜນກຳນົດໃໝ່ດ້ວຍວິໄສທັດໄລຍະກາງ ແລະ ຈິນຕະນາການໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ