ພັດ​ທະ​ນາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ ເປັນ​ສີ​ຂຽວ ແລະ ຍືນ​ຍົງ

(VOVWORLD) -ໂຄງການດຳເນີນງານຂອງລັດຖະບານ ໄດ້ວາງເປົ້າໝາຍພັດທະນາເຂດທົ່ງພຽງແມ່ນ້ຳແດງໃຫ້ກາຍເປັນເຂດພັດທະນາໄວ, ຍືນຍົງ, ມີໂຄງປະກອບເສດຖະກິດເໝາະສົມ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາດ; ອຸດສາຫະກຳ, ການບໍລິການທັນສະໄໝ ແລະ ກະສິກຳ, ເຕັກໂນໂລຢີສູງ, ອົງຄະທາດ, ຂຽວ, ໝູນວຽນ, ມີມູນຄ່າເສດຖະກິດສູງ.
ພັດ​ທະ​ນາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ ເປັນ​ສີ​ຂຽວ ແລະ ຍືນ​ຍົງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ຢູ່ໃຈກາງ) ເຂົ້າຮ່ວມກອງປະຊຸມ

ຕອນເຊົ້າວັນທີ 12 ກຸມພາ, ຢູ່ແຂວງ ກວາງນິງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍປະຕິບັດໂຄງການດຳເນີນງານຂອງລັດຖະບານ ສຳລັບການປະຕິບັດມະຕິເລກທີ 30 ລົງວັນທີ 23 ພະຈິກ 2022 ຂອງກົມການເມືອງ ກ່ຽວກັບທິດທາງພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດທົ່ງພຽງແມ່ນ້ຳແດງຮອດປີ 2030, ວິໄສທັດຮອດປີ 2045 ແລະ ສົ່ງເສີມການລົງທຶນເຂດ, ດ້ວຍຫົວຂໍ້ “ຮ່ວມສຳພັນພັດທະນາ - ປ່ຽນແປງໃໝ່ປະດິດຄິດສ້າງ - ຂຽວ ແລະ ຍືນຍົງ”.

ໂຄງການດັ່ງກ່າວ ໄດ້ວາງເປົ້າໝາຍພັດທະນາເຂດທົ່ງພຽງແມ່ນ້ຳແດງໃຫ້ກາຍເປັນເຂດພັດທະນາໄວ, ຍືນຍົງ, ມີໂຄງປະກອບເສດຖະກິດເໝາະສົມ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາດ; ອຸດສາຫະກຳ, ການບໍລິການທັນສະໄໝ ແລະ ກະສິກຳ, ເຕັກໂນໂລຢີສູງ, ອົງຄະທາດ, ຂຽວ, ໝູນວຽນ, ມີມູນຄ່າເສດຖະກິດສູງ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ຈົ່ງສຸມໃສ່ພັດທະນາພື້ນຖານໂຄງລ່າງ, ພິເສດແມ່ນໂຄງລ່າງຍຸດທະສາດຮ່ວມສຳພັນລະຫວ່າງເຂດ, ພາກ ແລະ ສາກົນ. ສຸມໃສ່ພັດທະນາການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ