ພັດທະນາເຂດວັດຖຸດິບກາເຟບັນລຸຄຸນນະພາບສູງຢູ່ເຂດ ໄຕງວຽນ

(VOVWORLD) - ກິດຈະກຳປະສົມລວມມີບັນດາກິດຈະກຳຍ່ອຍ, ຄື: ທາງຄົມມະນາຄົມຊົນນະບົດ ເຊື່ອມຕໍ່ເຂດວັດຖຸດິບ; ກໍ່ສ້າງສາງເກັບມ້ຽນກາເຟ ສົມທົບກັບຫໍວາງສະແດງຜະລິດຕະພັນກາເຟຫຼັງໃໝ່
ພັດທະນາເຂດວັດຖຸດິບກາເຟບັນລຸຄຸນນະພາບສູງຢູ່ເຂດ ໄຕງວຽນ - ảnh 1 (ພິທີເລີ່ມລົງມືກໍ່ສ້າງ)

        ພິທີເລີ່ມລົງມືກໍ່ສ້າງກິດຈະກຳປະສົມ 5 “ລົງທຶນໂຄງປະກອບໂຄງລ່າງໜູນຊ່ວຍສະຫະກອນພັດທະນາເຂດວັດຖຸດິບກາເຟບັນລຸຄຸນນະພາບສູງເຂດ ໄຕງວຽນ” ຖືກຈັດຂຶ້ນໃນວັນທີ 22 ສິງຫາ, ຢູ່ນະຄອນ ປໄລກູ, ແຂວງ ຢາລາຍ.

        ກິດຈະກຳປະສົມລວມມີບັນດາກິດຈະກຳຍ່ອຍ, ຄື: ທາງຄົມມະນາຄົມຊົນນະບົດ ເຊື່ອມຕໍ່ເຂດວັດຖຸດິບ; ກໍ່ສ້າງສາງເກັບມ້ຽນກາເຟ ສົມທົບກັບຫໍວາງສະແດງຜະລິດຕະພັນກາເຟຫຼັງໃໝ່, ລວມຍອດເງິນລົງທຶນປະມານ 3,2 ລ້ານ USD, ເພື່ອສ້າງເປັນເຂດຜະລິດວັດຖຸດິບກາເຟທີ່ທັນສະໄໝ ເພື່ອຊຸກຍູ້ວິວັດການສ້າງໂຄງປະກອບຂະແໜງກະສິກຳ, ກໍ່ສ້າງຊົນນະບົດໃໝ່ເຂດ ໄຕງວຽນ ຢ່າງວ່ອງໄວ, ບັນລຸປະສິດທິຜົນ ແລະ ຍືນຍົງ. ທ່ານ ເຈິ່ນແທງນາມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ໃຫ້ຮູ້ວ່າ:

        “ແຜນຮ່າງກໍ່ສ້າງເຂດວັດຖຸດິບກາເຟບັນລຸມາດຕະຖານແມ່ນປະມານ 19.700 ເຮັກຕາ, ຂຶ້ນກັບ 4 ແຂວງແມ່ນ ຢາລາຍ, ດັກລັກ, ກອນຕຸມ, ດັກນົງ. ມີ 64 ສະຫະກອນ ດ້ວຍ 5.230 ຄອບຄົວຈະໄດ້ຮັບຜົນປະໂຫຍດຈາກໂຄງການ. ທາງກະຊວງໄດ້ກຳນົດການສ້າງເຂດວັດຖຸດິບບັນລຸມາດຕະຖານແມ່ນໜຶ່ງໃນບັນດາຂອດຈຳເປັນພິເສດ ແລະ ເປັນພື້ນຖານທີ່ສຸດ ເພື່ອຊຸກຍູ້ການພັດທະນາກາເຟໃນໄລຍະຈະມາເຖິງ ແນໃສ່ຮັບປະກັນຄວາມຮຽກຮ້ອງຕ້ອງການໃນການຈຳໜ່າຍຢູ່ພາຍໃນປະເທດ ແລະ ການສົ່ງອອກ”.

ຕອບກັບ

ຂ່າວ/ບົດ​ອື່ນ