ພັດທະນາເມືອງເກາະ ຟຸ໋ກ໋ວກ ໃຫ້ກາຍເປັນເຂດ ປົກຄອງ - ເສດຖະກິດພິເສດ

ພັດທະນາເມືອງເກາະ ຟຸ໋ກ໋ວກ ໃຫ້ກາຍເປັນເຂດ ປົກຄອງ - ເສດຖະກິດພິເສດ - ảnh 1
(ພາບປະກອບ)

(vovworld) - ​​ວັນ​ທີ 13 ສິງຫາ, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ເສດຖະກິດ​ສູນ​ກາງ​ໄດ້ລົງ​ກວດກາ ​ແລະ ​ເຮັດ​ວຽກ​ຢູ່​ເມືອງ​ເກາະ​ຟຸ໋ກ໋ວກ (​ແຂວງ​ກຽນ​ຢາງ). ຄະນະ​ປະ​ຕິ​ບັດ​ງານ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ຊີ້ນ​ຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ, ຄະນະ​ພັກ​ແຂວງ​ກຽນ​ຢາງ, ຄະນະ​ກຳມະການ​ປະຊາຊົນ​ເມືອງ​ເກາະ​ຟຸ໋ກ໋ວກ... ກ່ຽວ​ກັບ “​ແຜນ​ນະ​ໂຍບາຍ​ກ່ຽວ​ກັບ​ກົນ​​ໄກ​ພິ​ເສດ​ສຳລັບ​ຫົວໜ່ວຍປົກຄອງ - ​ເສດຖະກິດ​ຟຸ່ກ໋ວກ” ​ແລະ ບາງ​ເນື້ອ​ໃນ​ອື່ນໆ​ທີ່ກ່ຽວຂ້ອງ. ຟຸ໋ກ໋ວກ ນອນ​ໃນ​ໃຈກາງ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ມີ​ທ່າ​ແຮງ​ສຳຄັນ​ໃນ​ກາ​ນ​ເຊື່ອມ​ຕໍ່​ທາງ​ຄົມມະນາຄົມ​ທະ​ເລ, ການບິນ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ; ມີ​ຄວາມ​ສາມາດ​ບົ່ມຊ້ອນ​ຫຼາຍ​ຢ່າງ​ໃນ​ການ​ພັດທະນາ​ເສດຖະກິດ​, ມີ​ທີ່​ຕັ້ງ​ພິ​ເສດ​ກ່ຽວ​ກັບ​ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ປີ 2004, ນາຍົກລັດຖະມົນຕີ ​ໄດ້​ເຊັ່ນ​ອະນຸມັດ “​ແຜນການ​ສັງ​ລວມ​ເກາະ​ຟຸ໋ກ໋ວກ, ​ແຂວງ​ກຽນ​ຢາງ ຮອດ​ປີ 2010 ​ແລ​ະ ວິ​ໄສ​ທັດ​ຮອດ​ປີ 2020”. ​ໃນ​ເດືອນ​ພຶດສະພາ ປີ 2010, ນາຍົກລັດຖະມົນຕີ ​ໄດ້​ເຊັ່ນ​ອະນຸມັດ​ປັບປຸງ​ແຜນສັງລວມກໍ່ສ້າງ​ເມືອງ​ເກາະ​ຟຸ໋ກ໋ວກຮອດ​ປີ 2030. ​ເຊິ່ງຕາມ​ນັ້ນ​ແລ້ວ, ກຳນົດ​ຈຸດໝາຍ​ກໍ່ສ້າງ​ຟຸ໋ກ໋ວກ ​ໃຫ້​ກາຍ​ເປັນ​ເຂດປົກຄອງ​​ເສດຖະກິດ​ພິ​ເສດ​ໃນ​ປີ 2020 ດ້ວຍ​ບົດບາດ​ແມ່ນ​ສູນ​ທ່ອງ​ທ່ຽວ​ຊີວະ​ພາບ, ​ເຂດ​ພັກ​ຜ່ອນ, ຫຼ້າ​ຫຼິ້ນລະດັບຊາດ ​ແລະ ສາກົນ... ​ໃນ 8 ປີຜ່ານມາ, ​ເມືອງ​ເກາະ​ຟຸ໋ກ໋ວກ ມີ​ລະດັບ​ເຕີບ​ໂຕ​ດ້ານ​ເສດຖະກິດ​ແຕ່​ລະ​ປີກ​ວ່າ 24,5%, ດຶງ​ດູດ​ໄດ້ 206 ​ໂຄງການ​ລົງທຶນ.

ຂ່າວ/ບົດ​ອື່ນ