ພັດທະນາເສດຖະກິດທະເລຕ້ອງຮັບປະກັນຄວາມກົມກຽວດ້ານເສດຖະກິດ ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ

(VOVWORLD) -   ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ເລຫາຍບິ່ງ, ຮອງຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ ເນັ້ນໜັກວ່າ:ການປົກປັກຮັກສາທະເລ, ໝູ່ເກາະ ແລະ ພັດທະນາເສດຖະກິດແບບຍືນຍົງ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ
ພັດທະນາເສດຖະກິດທະເລຕ້ອງຮັບປະກັນຄວາມກົມກຽວດ້ານເສດຖະກິດ ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ - ảnh 1ທ່ານ ເລຫາຍບິ່ງ, ຮອງຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ

“ການພັດທະນາເສດຖະກິດທະເລ ຕ້ອງຮັບປະກັນລັກສະນະກົມກຽວທາງດ້ານເສດຖະກິດແຕ່ກໍ່ຕ້ອງບັນລຸໄດ້ບັນດາເປົ້າໝາຍຮັບປະກັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ” - ນັ້ນແມ່ນຄຳເຫັນຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສຳມະນາ “ພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງ” ໂດຍຄະນະໂຄສະນາສຶກສາສູນກາງພັກ ສົມທົບກັບມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຈັດຂຶ້ນໃນຕອນເຊົ້າວັນທີ 5 ທັນວາ, ຢູ່ຮ່າໂນ້ຍ.

        ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ເລຫາຍບິ່ງ, ຮອງຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກ ເນັ້ນໜັກວ່າ: ການປົກປັກຮັກສາທະເລ, ໝູ່ເກາະ ແລະ ພັດທະນາເສດຖະກິດແບບຍືນຍົງ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ. ທ່ານກ່າວວ່າ:

        “ການພັດທະນາເສດຖະກິດທະເລ ມີບົດບາດບໍ່ໜ້ອຍໃຫ້ແກ່ການຫັນບັນດາເປົ້າໝາຍຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກໃຫ້ປະກົດຜົນເປັນຈິງ. ມະຕິ 36 ປີ 2018 ກ່ຽວກັບ “ຍຸດທະສາດການພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045” ໄດ້ວາງອອກເປົ້າໝາຍສັງລວມ ກໍ່ຄືບັນດາເປົ້າໝາຍລະອຽດ, ເພື່ອແນໃສ່ນຳ ຫວຽດນາມ ກາຍເປັນປະເທດເຂັ້ມແຂງທາງທະເລ, ມີການພັດທະນາ ພື້ນຖານເສດຖະກິດທະເລແບບຍືນຍົງ, ປອດໄພ. ຫວ່າງແລ້ວນີ້, ກົມການເມືອງໄດ້ປະກາດໃຊ້ບັນດາມະຕິກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໃຫ້ແກ່ບັນດາເຂດທີ່ກ່ຽວຂ້ອງເຖິງທະເລ. ມະຕິທັງໝົດເຫຼົ່ານີ້ ລ້ວນແຕ່ມີບັນດາເປົ້າໝາຍລະອຽດທີ່ສຸດ”.

 

ຕອບກັບ

ຂ່າວ/ບົດ​ອື່ນ