ພັດທະນາເສດຖະກິດລວມໝູ່ "ເພີ່ມເສົາຄ້ຳໜູນຊ່ວຍກະສິກໍາ" ໃນພື້ນຖານເສດຖະກິດ

(VOVWORLD) - ເສດຖະກິດລວມໝູ່ແມ່ນ 1 ໃນຈຳນວນ 4 ພາກສ່ວນເສດຖະກິດທີ່ບໍ່ອາດຂາດໄດ້
ພັດທະນາເສດຖະກິດລວມໝູ່ (ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ)

          ເສດຖະກິດລວມໝູ່ແມ່ນພາກສ່ວນເສດຖະກິດທີ່ສຳຄັນ, ຕ້ອງໄດ້ຮັບການປັບປຸງ ແລະ ພັດທະນາພ້ອມກັບເສດຖະກິດຂອງລັດ ເພື່ອກາຍເປັນພື້ນຖານທີ່ໝັ້ນຄົງຂອງພື້ນຖານເສດຖະກິດແຫ່ງຊາດ. ການພັດທະນາເສດຖະກິດລວມໝູ່ແມ່ນທ່າອ່ຽງທີ່ຈຳເປັນພາວະວິໄສ, ແມ່ນໜ້າທີ່ຂອງທັງລະບົບການເມືອງ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ທີ່ເວທີປາໄສຊາວກະສິກອນແຫ່ງຊາດຄັ້ງທີ 8, ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ.

          ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ຢືນຢັນວ່າ, ເສດຖະກິດລວມໝູ່ແມ່ນ 1 ໃນຈຳນວນ 4 ພາກສ່ວນເສດຖະກິດທີ່ບໍ່ອາດຂາດໄດ້, ມັນໄດ້ສ້າງເງື່ອນໄຂທີ່ດີເດັ່ນຂອງເສດຖະກິດການຕະຫຼາດ, ຕາມການກຳນົດທິດສັງຄົມນິຍົມຢູ່ ຫວຽດນາມ.

          “ສະມາຄົມຊາວກະສິກອນ ຫວຽດນາມ ຕ້ອງສ້າງເນື້ອໃນ ແລະ ແບບວິທີໂຄສະນາ, ສຶກສາ, ຮັບປະກັນຄວາມແທດຈິງ ແລະ ບັນລຸປະສິດທິຜົນ, ມີຫຼາຍຮູບຫຼາຍແບບ, ອຸດົມສົມບູນ. ສະມາຄົມຊາວກະສິກອນທຸກຂັ້ນ ຈົ່ງສືບຕໍ່ປະຕິບັດວຽກງານໂຄສະນາ, ຂົນຂວາຍ, ແນະນຳການສ້າງຕັ້ງໃໝ່ຫຼາຍສະຫະກອນ ແລະ ໜ່ວຍສະຫະກອນໃຫ້ໄດ້. ສະຫະກອນ, ໜ່ວຍສະຫະກອນທີ່ສ້າງຕັ້ງໃໝ່ຕ້ອງເຄື່ອນໄຫວຢ່າງມີປະສິດທິຜົນ, ມີການຮ່ວມສຳພັນເປັນລະບົບເຊິ່ງກັນ ແລະ ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ