ພັດທະນາເສດຖະກິດລວມໝູ່ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ຂອງຫວຽດນາມ

ພັດທະນາເສດຖະກິດລວມໝູ່ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ຂອງຫວຽດນາມ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ
ເຮັດ​ວຽກກັບ​ສະຫະພັນ​ສະຫະກອນ​ຫວຽດນາມ)


(vovworld) -     ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຫະພັນ​ສະຫະກອນ​ຫວຽດນາມ (20 ຕຸລາ 1993 – 20 ຕຸລາ 2013). ຕອນ​ຄໍ່າ​ວັນ​ທີ 28 ຕຸລາ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ, ​ໄດ້​​ໄປ​ຢ້ຽມຢາມ, ອວຍພອນສະຫະພັນ​ສະຫະກອນ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່ການ​ເຮັດ​ວຽກ, ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ ສະຫະພັນ​ສະຫະກອນ​ຕ​້ອງຍູ້​ແຮງ​ການ​ພັດທະນາ​ເສດຖະກິດ​ລວມໝູ່ ຕິດ​ພັນ​ກັບ​ວິວັດ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ; ສ້າງ​​ໂຄງ​ປະ​ກອບພື້ນຖານ​ເສດຖະກິດ​ຄືນ​ໃໝ່, ຕິດ​ພັນ​ກັບ​ຈຸດໝາຍ​ນຳ​ຫວຽດນາມ ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳຕາມ​ທິດ​ທັນ​ສະ​ໄໝ​ໃນ​ປີ 2020. ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຊີ້​ແຈ້ງວ່າ.

        “​ໃນ​ໄລຍະ​ຈະ​ມາ​ເຖິງສະຫະພັນ​ສະຫະກອນຕ້ອງ​ໂຄສະນາ​ ​ແລະ ​ເຜີຍ​ແຜ່​ບັນດາ​ຮູບ​ແບບ​ເສດຖະ​ກິດ​ລວມໝູ່​ທີ່​ມີ​ປະສິດທິ​ຜົນ ​ເພື່ອ​ໃຫ້​ບັນດາ​ຜູ້ຮ່ວມ​ຂະ​ແໜງ​​ຮໍ່າຮຽນ​ເອົາ​ ຈາກນັ້ນ​ສ້າງ​ຄວາມ​​ເອົາ​ໃຈ​ໃສ່ຊ່ວຍ​ເຫຼືອດ້ານ​ນະ​ໂຍບາຍ. ເຮັດ​ແນວ​ໃດ​ເພື່ອ​ໃຫ້ການ​ເຄື່ອນໄຫວ​ຂອງ​ສະຫະພັນ​ຕິດ​ພັນ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ກະຊວງ, ລັດຖະບານ”.

ຂ່າວ/ບົດ​ອື່ນ