ພັດທະນາເສດຖະກິດສັງຄົມ, ຫລຸດຜ່ອນອັດຕາຄອບຄົວທຸກຍາກຢູ່ເຂດຊົນເຜົ່າ, ພູດອຍ

ພັດທະນາເສດຖະກິດສັງຄົມ, ຫລຸດຜ່ອນອັດຕາຄອບຄົວທຸກຍາກຢູ່ເຂດຊົນເຜົ່າ, ພູດອຍ - ảnh 1
(ກອງ​ປະຊຸມ​ທົ່ວ​ປະ​ເທດ​ຕີ​ລາຄາ ​ແລະ ຜັນ​ຂະຫຍາຍ​
ການ​ປະຕິບັດ​ນະ​ໂຍບາຍ​ເຂດ​ຊົນ​ເຜົ່າ ​ແລະ ​ເຂດ​ພູດ​ອຍ)
 
(vovworld) – ຕອນ​ເຊົ້າ​ວັນ​ທີ 11/04, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ຕີ​ລາຄາ ​ແລະ ຜັນ​ຂະຫຍາຍ​ການ​ປະຕິບັດ​ນະ​ໂຍບາຍ​ເຂດ​ຊົນ​ເຜົ່າ ​ແລະ ​ເຂດ​ພູດ​ອຍ. ບົດ​ລາຍ​ງານ​ທີ່​ກອງ​ປະຊຸມ​ໃຫ້​ຮູ້​ວ່າ ​ນັບ​ແຕ່​ປ​ີ 2006 ມາ​ຮອດ​ປະຈຸ​ບັນ, ລັດຖະບານ, ນາຍົກລັດຖະມົນ​ຕີ ​ໄດ້​ປະກາດ​ໃຊ້​ມະຕິ, ຂໍ້​ຕົກລົງ ​ແລະ ​ເອກະສານ​ຊີ້ນ​ຳ 80 ສະບັບ ດ້ວຍ​ບັນດາ​ກົນ​ໄກ​ນະ​ໂຍບາຍ, ​ແຜນ​ຮ່າງ​ທີ່​ສຸມ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ຫຍຸ້ງຍາກ, ​ເຄັ່ງຮ້ອນຂອງ​ເຂດ​ຊົນ​ເຜົ່າ ​ແລະ ​ເຂດ​ພູດ​ອຍ, ພ້ອມ​ທັງ​ຈັດ​ວາງ 55.000 ຕື້​ດົງ ​ເພື່ອ​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ໂຄງການ, ​ລາຍການ​ນີ້. ບັນດາ​ກົນ​ໄກ​ນະ​ໂຍບາຍ ​ແລະ ​ແຫຼ່ງກຳລັງ​ໃຫ້ບຸລິມະສິດຂອງ​ລັດຖະບານ ​ໄດ້​ເຮັດ​ໃຫ້​​ໂສມໜ້າເສດຖະກິດ, ສັງຄົມ​ຢູ່​ເຂດ​ດູ​ດອຍ ​ແລະ ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍປ່ຽນ​ໃໝ່. ຈະ​ແຈ້ງ​ທີ່​ສຸດ​ນັ້ນ​ແມ່ນ ​ສະ​ເລ່ຍແຕ່ລະ​ປີ​ໃນທົ່ວ​ປະ​​ເທດຈຳນວນຄວບ​ຄົວ​ທຸກ​ຍາກ​ຢູ່​ບັນດາ​ບ້ານ, ຕາ​ແສງທີ່​ປະສົບ​ກັບ​ຄວາມຫຍຸ້ງຍາກ​ເປັນ​ພິ​ເສດໄດ້​ຫລຸດລົງ​ 3,6% ​.

        ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​​ເນັ້ນ​ໜັກ​ວ່າ: ຍາມ​ໃດພັກ, ລັດ ກໍ​ເອົາ​ໃຈ​ໃສ່ ​ແລະ ສະຫງວນ​ແຫຼ່ງກຳລັງ​ເປັນ​ສ່ວນ​ຫຼາຍ​ເພື່ອ​ຊຸກຍູ້ເຂດ​ຊົນ​ເຜົ່າ ​ແລະ ​ເຂດ​ພູດ​ອຍ ​ໃຫ້ພັດທະນາ. ​ເຖິງ​ວ່າ​ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ຮອບດ້ານ​ໃນ​ຫຼາຍ​ຂົງ​ເຂດກໍ​ຕາມ ​ແຕ່​ຍັງ​ມີ​ຂໍ້​ຄົງ​ຄ້າງຈຳກັດ, ອ່ອນ​ດ້ອຍຕ້ອງ​ສຸມ​ໃສ່​ແກ້​ໄຂ. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ຖື​ວ່າ.

        “ທີ 1 ​ແມ່ນ, ຄວາມ​ຮັບ​ຮູ້​ຈາກ​ຄະນະ​ພັກ​ແຂວງ ຕະຫຼອດ​ຮອດ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ກ່ຽວ​ກັບ​ນະ​ໂຍບາຍເຂດ​ຊົນ​ເຜົ່າ ​ແລະ ​ເຂດ​ພູດ​ອຍ ຍັງ​ບໍ່​ທັນ​ເທົ​ໄ່ານທີ່​ຄວນ​ດັ່ງ​ນັ້ນ ​ການຊີ້​ນຳກໍບໍ່ໍທັນຕ້ອງ. ທີ 2 ​ແມ່ນ, ນະ​​ໂຍບາຍ​ປະກາດ​ໃຊ້​ຫຼາຍ, ​ແຕ່​ມີ​ບາງ​ນະ​ໂຍບາຍບໍ່​ທັນ​ຕິດ​​ແທດ​ກັບ​ສະພາບ​ຕົວ​ຈິ່ງ ​ແລະ ພວກ​ເຮົາ​ແກ້​ໄຂ, ປ່ຽນ​ແປງ​ຢ່າງ​ຊັກ​ຊາ. ຂ້າ​ພະ​ເຈົ້າ​ຖື​ວ່າ, ​ບັນຫານີ້​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ້ອງ​ປັບປຸງ. ທີ່ 3 ​ແມ່ນ, ການຈັດ​ຕັ້ງ​ການ​ປະຕິບັດບໍ່​ບັນລຸ​ປະສິດ​ທິຜົນ”.



ຂ່າວ/ບົດ​ອື່ນ