ພັດທະນາແຫຼ່ງຊັບ ພະຍາກອນມະນຸດ ເຂດຊົນເຜົ່າ, ເຂດພູດອຍ

ພັດທະນາແຫຼ່ງຊັບ ພະຍາກອນມະນຸດ ເຂດຊົນເຜົ່າ, ເຂດພູດອຍ - ảnh 1

(ພາບປະກອບ:baomoi.com)

( vovworld ) – ເວທີປາໄສ “ສະພາບຕົວຈິງ ແລະ ມາດຕະການ ພັດທະນາແຫຼ່ງຊັບພະຍາກອນມະນຸດເຂດຊົນເຜົ່າສ່ວນ​ໜ້ອຍ, ​ເຂດພູດອຍຮອດປີ 2020“ ໂດຍຄະນະກຳມະການ ຊົນເຜົ່າ, ໂຄງການພັດທະນາ ສປຊ ປະຈຳ​ຫວຽດນາມ ສົມທົບ​ກັນ​ຈັດ​ຂຶ້ນ​​ໃນ​ວັນ​ທີ 14/8 ຢູ່​ຮ່າ​ໂນ້ຍ. ບັນດາ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​ໄດ້​ຢືນຢັນ​ວ່າ: ແຫຼ່ງຊັບພະຍາກອນ ມະນຸດມີ​ບົດບາດ​ຕັດສິນ​ຊີ້​ຂາດຕໍ່​ການ​ພັດທະນາ​ເສດຖະກິດ​ສັງຄົມ, ​ເພື່ອ​ພັດທະນາ ແຫຼ່ງຊັບພະຍາກອນມະນຸດ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເຂດ​ພູດ​ອຍ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ມີ​ຄຳ​ເຫັນ​ຂອງຫຼາຍ​ທ່ານຖື​ວ່າ: ຄະນະກຳມະການຊົນເຜົ່າຕ້ອງ​ສ້າງ​ຍຸດ​ທະ​ສາດ​ພັດທະນາ​ຮອບດ້ານແຫຼ່ງຊັບພະຍາກອນມະນຸດ​ໃຫ້​ແກ່​ບັນດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ໃນ​ນັ້ນຕ້ອງຖືການສຶກສາແມ່ນຂອດບຸກທະລຸໃນການພັດທະນາແຫຼ່ງຊັບ ພະຍາກອນມະນຸດເຂດຊົນເຜົ່າສ່ວນ​ໜ້ອຍ, ​ເຂດພູດອຍ. ທ່າ​ນດຣ Phan Van Hung ຮອງ​ປະທານ​ຄະນະ​ກຳມະການ​ຊົນ​ເຜົ່າ ມີ​ຄຳ​ເຫັນ​ວ່າ:

   “ການພັດທະນາແຫຼ່ງຊັບພະຍາກອນມະນຸດຕ້ອງ​ມີ​ຄຸນ​ນະພາ​ບ, ຈຳນວນ​ຢ່າງ​ຄົບ​ຊຸດ. ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ຈະ​ສຸມ​ໃສ່​ບັນດາ​ມາດ​ຕະການ​ກ່ຽວ​ກັບ​ຄຸນນະພາບ​ຄື: ຍົກ​ສູງ​ຂອບ​ຂະໜາດ, ສຸຂະພາບ, ພູມ​ປັນຍາ​ຂອງ​ຊາວ​ໜຸ່ມ​ເຍົາວະ​ຊົນ, ຍົກ​ສູງ​ລະດັບ​ຄວາມ​ຮູ້, ຄຸນນະພາບ​ການ​ສຶກສາ, ບຳລຸງ​ສ້າງ​ປັນຍາ​ຊົນ, ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ພວກ​ເຮົາ​ຕ້ອງ​ມີ​ໂຄງການ​ບຳລຸງ​ສ້າງ​ປັນຍາ​ຊົນ, ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ

 

ຂ່າວ/ບົດ​ອື່ນ