ພັດ​ທະ​ນາແຫຼ່ງ​ຊັບ​ພະ​ຍາ​ກອນ​​ມະ​ນຸດທີ່ມີ​ຄຸນ​ນະ​ພາບ​ສູງ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​ດອຍ

(VOVWORLD) -ໃນໄລຍະຈະມາເຖິງ, ກຳມາທິການຊົນເຜົ່າ ເປັນປະທານ, ສົມທົບກັບກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ຍູ້ແຮງການຮ່ວມມືສາກົນ, ດຶງດູດແຫຼ່ງກຳລັງຈາກຕ່າງປະເທດ ເພື່ອສືບຕໍ່ຮັບໃຊ້ແກ່ການພັດທະນາແບບຍືນຍົງຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2030.
ພັດ​ທະ​ນາແຫຼ່ງ​ຊັບ​ພະ​ຍາ​ກອນ​​ມະ​ນຸດທີ່ມີ​ຄຸນ​ນະ​ພາບ​ສູງ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​ດອຍ - ảnh 1ກອງປະຊຸມສຳມະນາ  “ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໃນຂະແໜງກະສິກຳ, ສ້າງຊົນນະບົດໃໝ່ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ” (ພາບ: VOV)

        “ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໃນຂະແໜງກະສິກຳ, ສ້າງຊົນນະບົດໃໝ່ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ” ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາ ໂດຍ ກຳມາທິການກ່ຽວກັບບັນດາບັນຫາສັງຄົມ ຂອງ ສະພາແຫ່ງຊາດຫວຽດນາມ, ກຳມາທິການຊົນເຜົ່າ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ສະຫະພັນສະຫະກອນ ຫວຽດນາມ ໄດ້ສົມທົບກັບແຂວງ ເຊີນລາ ຈັດຕັ້ງຂຶ້ນ ໃນວັນທີ 13 ກັນຍາ, ຢູ່ເມືອງ ໂມກເຈົາ ແຂວງ ເຊີນລາ ຂອງຫວຽດນາມ. ກອງປະຊຸມໄດ້ສຸມໃສ່ປືກສາຫາລືກ່ຽວກັບບັນດາຫົວເລື່ອງ ເຊັ່ນ: ແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ທີ່ມີຕໍ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ; ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ; ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ,  ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ສະເໜີວ່າ ໃນໄລຍະຈະມາເຖິງ, ກຳມາທິການຊົນເຜົ່າ ເປັນປະທານ, ສົມທົບກັບກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ຍູ້ແຮງການຮ່ວມມືສາກົນ, ດຶງດູດແຫຼ່ງກຳລັງຈາກຕ່າງປະເທດ ເພື່ອສືບຕໍ່ຮັບໃຊ້ແກ່ການພັດທະນາແບບຍືນຍົງຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2030. ທ່ານນາງ ຕ່ອງທິຟ໊ອງ ກໍສະເໜີ ໃຫ້ທ້ອງຖິ່ນ ແລະ ແຂວງຕ່າງໆຢູ່ເຂດພູດອຍ ທີ່ໄດ້ຊົມໃຊ້ນະໂຍບາຍພິເສດຈາກພັກ, ລັດນັ້ນ ຈົ່ງຢຶດໝັ້ນຊີ້ນຳກໍ່ສ້າງຖານຂໍ້ມູນ, ກຳນົດຄວາມຕ້ອງການໃນການບຳລຸງສ້າງ ແລະ ກຳນົດຮູບແບບການບຳລຸງສ້າງ ຕິດພັນກັບການນຳໃຊ້ບຸກຄະລາກອນ. ແຕ່ລະແຂວງ ຕ້ອງມີກົນໄກ, ນະໂຍບາຍດຶງດູດນັກຮຽນ, ນັກສຶກສາ ທີ່ຮຽນຈົບແລ້ວ ກັບມາເຮັດວຽກຢູ່ທ້ອງຖິ່ນຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ