ພັດທະນາແຫຼ່ງຊັບພະຍາກອນມະນຸດເພດຍິງໄລະຫັນເປັນອຸດສາຫະກຳແລະທັນສະໄໝ

ພັດທະນາແຫຼ່ງຊັບພະຍາກອນມະນຸດເພດຍິງໄລະຫັນເປັນອຸດສາຫະກຳແລະທັນສະໄໝ - ảnh 1
ທີ່ກອງ​ປະຊຸມ​ສຳ​ມະ​ນາ (ພາບ: LeThom)

(vovworld) - ​ເພື່ອ​ເສີມ​ຂະຫຍາຍ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ເພດ​ຍິງ​ໃນ​ພາລະກິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ຄວນ​ສ້າງ​ກາລະ​ໂອກາດ​ໃຫ້​ແມ່ຍິງ​ໄດ້​ສຳ​ຜັດກັບ​ບັນດາ​ແຫຼ່ງກຳລັງ. ນີ້​ແມ່ນ​ຄຳ​ເຫັນ​ຂອງ​ບັນດາ​ຜູ້​ແທນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ “​ແມ່ຍິງ​ສຳ​ຜັດແຫຼ່ງກຳລັງ ​ແລະ ​ເສີມ​ຂະຫຍາຍ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ເພດ​ຍິງ​ໃນ​ພາລະກິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ” ​ໂດຍ​ສະ​ຖາ​ບັນ​ແມ່ຍິງ ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 29/02 ຢູ່​ຮ່າ​ໂນ້ຍ. ທ່ານ ຫງວຽນ​ຫື​ວຢຸງ ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າຮັບປະກັນ​ຊີ​ວິດ​ສັງຄົມ ​ແລະ ພັດທະນາ​ເຊື່ອມ​ໂຍງ ຖື​ວ່າ:

        “ມອບ​ສິດ​ໃຫ້​ແມ່ຍິງ​ຄວນ​ມີຫັນ​ລະບອບ​ລະບຽບ​ການ​ດ້ວຍ​ກົນ​ໄກ, ນະ​ໂຍບາຍ ​ແລະ ມີ​ຄຳ​ໝັ້ນ​ສັນຍາ​ດ້ານ​ການ​ເມືອງ​ຂອງ​ລັດ ​ເພື່ອ​ມອບ​ໃຫ້​ແມ່ຍິງ ຄື​ດັ່ງຄູ່​ຮ່ວມ​ມື​ສັງຄົມ. ​​ແມ່ຍິງ​ເອງ ​ເມື່ອ​ໄດ້​ສຳຜັດ​ກັບ​ບັນດາ​ແຫຼ່ງກຳລັງ​ໃຫ້ການ​ພັດທະນາ ​ແມ່ຍິງ​ກໍ່​ຕ້ອງ​ຍົກສູງກຳລັງ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​​ໃຫ້ແມ່ຍິງ​ມີ​ຄວາມ​ສາມາດ​ສຳ​ຜັດ ​ແລະ ນຳ​ໃຊ້​ແຫຼ່ງຊັບພະຍາກອນ​ມະນຸດ​ຫ​ມີ​ປະສິດທິ​ຜົນ”


ຂ່າວ/ບົດ​ອື່ນ