ພັດທະມິດສາກົນຕ້ານ IS ເປີດກວ້າງການບຸກໂຈມຕີທາງອາກາດຢູ່ຊີຣີ

ພັດທະມິດສາກົນຕ້ານ IS ເປີດກວ້າງການບຸກໂຈມຕີທາງອາກາດຢູ່ຊີຣີ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 27/09, ພັດ​ທະ​ມິດສາ​ກົນ​ໂດຍ​ອາ​ເມ​ລິ​ກາບັນຊາ ​ໄດ້​ເປີດ​ກວ້າງ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​​ຕ້ານກຸ່ມທີ່ອ້າງ​ຊື່​ເອງ “ລັດ​ອິດ​ສະ​ລາມ” (IS) ຢູ່​ຊີຣີ ​ໃນ​ຂະນະ​ທີ່​ເຮືອບິນ​ສູ້​ຮົບ​ຂອງອັງກິດ ປະຕິບັດ​ໜ້າ​ທີ່​ບຸກ​ໂຈມ​ຕີເປັນ​ຄັ້ງ​ທຳ​ອິດ​ແນ​ໃສ່ IS ຢູ່​ອີ​ຮັກ, ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ຊີຣີ. ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ 7 ​ເປົ້າ​ໝາຍ​ຂອງ IS ຢູ່​ຊີຣີ ​ຖືກ​ບຸກ​ໂຈມ​ຕີ, ​ໃນ​ຂະນະ​ນັ້ນ​ມີ​ເທດສະບານ Ain al Arab ຂອງ​ຊາວ ​Kurd ຕິດ​ກັບ​ເຂດ​ຊາຍ​ແດນ ຕວກກີ ​ເຊິ່ງພວມຖືກພວກ​ກະບົດ IS ປິດ​ລ້ອມ ​ແລະ ​ເທດສະບານ Eupharates, ຂຶ້ນ​ກັບ​ທາງ​ພາກ​ເໜືອ Raqa ສະຖານ​ທີ່​ເຊິ່ງ IS ​ໄດ້ຖະ​ແຫຼ​ງ ໃນ​ເດືອນ 06 ຜ່ານ​ມາວ່າ​​ແມ່ນ​ສຳນັກງານ​ໃຫຍ່​ ເມື່ອ​ກຳລັງ​ນີ້​ເລີ່​ມບຸກ​ໂຈມ​ຕີ​ຢືດຄອງບັນດາ​ເຂດ​ຢູ່​ອີ​ຮັກ ​ແລະ ຊີຣີ.

ຂ່າວ/ບົດ​ອື່ນ