ພຸດທະສາສະນິກກະຊົນຫວຽດນາມອາໄສຢູ່ສ.ເຊັກໂກຈັດຕັ້ງວັນບຸນຫໍ່ເຂົ້າປະດັບດິນ2015

ພຸດທະສາສະນິກກະຊົນຫວຽດນາມອາໄສຢູ່ສ.ເຊັກໂກຈັດຕັ້ງວັນບຸນຫໍ່ເຂົ້າປະດັບດິນ2015 - ảnh 1
(ພຸດທະສາສະນິກກະຊົນຫວຽດນາມອາໄສຢູ່ສ.ເຊັກໂກ
ຈັດຕັ້ງວັນບຸນຫໍ່ເຂົ້າປະດັບດິນ 2015)


(vovworld) – ວັນ​ທີ 06/09, ພຸດ​ທະ​ສາສະ​ນິກກະ​ຊົນ ກວ່າ 500 ຄົນ ທີ່​ມາ​ຈາກ​ບັນດາ​ນະຄອນ​ຂອງ​ສ.​ເຊັກ​ໂກ ​ໄດ້​ເຂົ້າ​ຮ່ວມວັນ​ບຸນຫໍ່​​ເຂົ້າ​ປະ​ດັບ​ດິນ 2015 (ພສ 2559) ຢູ່​ນະຄອນຫຼວງ Praha ​ເພື່ອ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຕໍ່​ບັນພະບຸລຸດ, ປູ່​ຍາຕາ​ຍາຍ. ພະ​ອາຈານ ທິກ​ຈິ໋ດັກ, ຫົວໜ້າ​ຄະນະພິກຂຸ​ສຳ​ມະ​ເນັນ​ຊາວ​ພຸດ​ບັນດາ​ປະ​ເທດເອີ​ລົບ​ຕາ​ເວັນ​ອອກ, ຊີ້​ແຈ້ງ​ຄວາມ​ໝາຍ​ຂອງ​ວັນ​ບຸນ​​ຫໍ່ເຂົ້າ​ປະ​ດັບ​ດິນ ​ໃນ​ຊີວິດ​ວັດທະນະທຳຈິດ​ວິນ​ຍານ​ຊາວ​ຫວຽດນາມ, ສະ​ແດງ​ໃຫ້​ເຫັນ​ຫຼັກສິນ​ທຳ​ຂອງ​ສາສະໜາພຸດ. ​ເອື້ອຍ ລານ​ເຟືອງ, ພຸດ​ທະ​ສາສະ​ນິກກະ​ຊົນ ອາ​​ໄສ​ຢູ່​ສ.​ເຊັກ​ໂກ ​ໃຫ້​ຮູ້​ວ່າ.

        “ປີ​ໃດກໍ​ເຊັ່ນ​ກ່ຽວ​ກັນ, ​ຢູ່​ທີ່​ນີ້ກໍ​ຈັດ​ວັນ​ບຸນ​​ຫໍ່ເຂົ້າ​ປະ​ດັບ​ດິນ ​ແລະ ນ້ອງ​ເຫັນ​ວ່າ ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງສຳລັບ​ປະຊາ​ຄົມ​ຊາວ​ຫວຽດນາມ. ບັນດາວັນ​ບຸນ​​ຄື​ແນວ​ນີ້ ​ໄດ້​ຊ່ວຍ​ໃຫ້ພວກ​ເດັກ​ເຍົາ​ວະ​ຊົນທີ່​ພວມ​ດຳລົງ​ຊີວິດ ​ແລະ ຮໍ່າຮຽນ​ຢູ່​ທີ່​ນີ້ ສາມາດ​ມຸ້ງ​ໄປ​ເຖິງ​ຊີວິດ​​ເຫຼ້ືອມ​ໄສ​​ເຊື່ອ​ຖື​ສາສະໜາ ​ແລະ ມີ​ຄວາມ​ຮັກຕໍ່​ພໍ່​ແມ່​ຂອງ​ຕົນ​ກວ່າ.”

ຂ່າວ/ບົດ​ອື່ນ