ພຸດທະສາສະຫນາຫວຽດນາມ ມີບົດບາດສຳຄັນໃນການປ້ອງກັນຊາດ,ຄວາມສະຫງົບສຸກຂອງປະຊາຊົນ

(VOVWORLD) -ສາສະຫນາພຸດ ຍາມໃດກໍ່ແມ່ນສາສະຫນາຮ່ວມເດີນທາງກັບຊາດ, ມີບົດບາດສຳຄັນໃນການປ້ອງກັນຊາດ, ຄວາມສະຫງົບສຸກຂອງປະຊາຊົນ
ພຸດທະສາສະຫນາຫວຽດນາມ ມີບົດບາດສຳຄັນໃນການປ້ອງກັນຊາດ,ຄວາມສະຫງົບສຸກຂອງປະຊາຊົນ - ảnh 1ທ່ານປະທານປະເທດຫງວຽນຊວັນຝຸກ ແລະບັນດາຜູ້ແທນ ທີ່ການຕ້ອນຮັບ
ພາບ: ສຳນັກຂ່າວສານຫວຽດນາມ

ເນື່ອງໃນໂອກາດວັນວິສາຂະບູຊາ ພສ 2565 (ປີ 2021) ຕອນເຊົ້າວັນທີ 13 ພຶດສະພາ ຢູ່ ຫໍປະຊຸມ ທົງເຍີດ ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດຫວຽດນາມຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບ ຜູ້ແທນການນຳ ສະມາຄົມພຸດທະສາສະຫນາຫວຽດນາມໂດຍ ພະອາຈານໃຫຍ່ ທິກທ້ຽນເຍີນ ປະທານສະພາບໍລິຫານງານ ນຳຫນ້າ ແລະບັນດາສະມາຊິກໃນຄະນະປະຈຳສະພາບໍລິຫານງານສະມາຄົມພຸດທະສາສະຫນາ ຫວຽດນາມ.

ທ່ານປະທານປະເທດ ອວຍພອນໃຫ້ ສະມາຄົມພຸດທະສາສະຫນາ ຫວຽດນາມ ພ້ອມດ້ວຍພຸດທະສາສະນິກະຊົນ ຫວຽດນາມ ທັງໝົດ ເນື່ອງໃນໂອກາດວັນວິສາຂະບູຊາ.

ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນຫນັກວ່າ:  ສາສະຫນາພຸດ ຍາມໃດກໍ່ແມ່ນສາສະຫນາຮ່ວມເດີນທາງກັບຊາດ, ມີບົດບາດສຳຄັນໃນການປ້ອງກັນຊາດ, ຄວາມສະຫງົບສຸກຂອງປະຊາຊົນ. ທ່ານປະທານປະເທດ ຢືນຢັນ: ສິດເສລີໃນການເຊື່ອຖືສາສະຫນາຂອງປະຊາຊົນ ຫວຽດນາມ ແລະສິດນີ້ ໄດ້ຮັບການປົກປ້ອງຈາກກົດໝາຍຕາມການກຳນົດໃນລັດຖະທຳມະນູນ ແລະກົດໝາຍ. ບັນດາການປະກອບສ່ວນສຳຄັນຂອງສະມາຄົມພຸດທະສາສະຫນາ ຫວຽດນາມໃນຫລາຍຂົງເຂດຂອງສັງຄົມບໍ່ພຽງແຕ່ເປັນການພິສູດໃຫ້ເຫັນຄວາມສະຫນິດຕິດພັນລະຫວ່າງສາສະຫນາພຸດ ກັບຊາດ ຢ່າງມີຊີວິດຊີວາເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມສະຫນິດຕິດພັນລະຫວ່າງສະມາຄົມພຸດທະສາສະຫນາ ກັບປະເທດຊາດ, ລະຫວ່າງຫວຽດນາມ ກັບໂລກອີກດ້ວຍ.

ທ່ານປະທານປະເທດ ປາດຖະຫນາຢາກໃຫ້ ສະມາຄົມພຸດທະສາສະຫນາ ຫວຽດນາມ ສືບຕໍ່ສະແດງໃຫ້ເຫັນບົດບາດອິດທິພົນຊື່ສຽງຂອງຕົນໃນການເພີ່ມທະວີການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຄວາມສາມັກຄີລະຫວ່າງບັນດາສາສະຫນາ, ເສີມຂະຫຍາຍກຳລັງແຮງຂອງສາສະຫນາ, ຂອງການເຫລື້ອມໃສ, ຂອງ ວັດທະນະທຳເພືອ່ພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ