ພຸດທະສາສະໜານະຄອນໂຮ່ຈີມິນຕັ້ງໜ້າເຄື່ອນໄຫວກຸສົນ

ພຸດທະສາສະໜານະຄອນໂຮ່ຈີມິນຕັ້ງໜ້າເຄື່ອນໄຫວກຸສົນ - ảnh 1
ພາບປະກອບ

(vovworld) - ສະມາຄົມ​ພຸດ​ທະ​ສາສະໜາ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ການສະ​ຫລຸບ​ວຽກ​ງານ​​​ເຄື່ອນ​ໄຫວ​ທາງ​ສາສະໜາ​ພຸດ​ໃນ​ປີ 2013 ​ແລະ ຜັນ​ຂະຫຍາຍ​ລາຍການ​ເຄື່ອນ​ໄຫວ​ທາງ​ສາສະໜາ​ພຸດປີ 2014. ປີ 2013, ການ​ເຄື່ອນ​ໄຫວວຽກ​ງານ​ພຸດທະ​ສາສະໜາ​ຂອງ​ພຸດທະ​ສາສະ​ນິກກະ​ຊົນນະຄອນ​ບັນລຸ​​ຜົນງານ​ທີ່ສຳຄັນ​​ໄດ້​ຫຼາຍຄື: ຈັດ​ຕັ້ງ​ງານ​ວິສາຂະບູຊາ ພສ 2557 ​ໃນ​ປີ 2013 ຢ່າງ​ສົມ​ກຽດ, ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​​ໂພທິສັດ ທິກ​ກວາງ​ດຶກ ​ເຜົາ​ຕົວ​ຕາຍ​ເພື່ອ​ຕໍ່​ສູ້​ຕ້ານລະບອບ​ຜະ​ເດັດ​ການ ​ໂງ​ດິ່ງ​ຢ້ຽມ. ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ກຸສົນ​ສັງຄົມ​, ປີ 2013, ພະສົງ​ສາມະ​ເນນ, ພຸດທະສາສະນິກກະ​ຊົນ​ນະຄອນ​ໄດ້​ປະກອບ​ຈຳນວນ​ເງິນ 317 ຕື້​ດົ່ງ ຊ່ວຍ​ເຫຼືອ​ພໍ່​ແມ່​ປະຊາຊົນ​ຖືກ​ນ້ຳ​ຖ້ວມ​ຢູ່​ບັນດາ​ແຂວງ​ພາກ​ກາງ, ​ໄຕ​ງວຽນ, ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ້ ຫວຽດນາມ. ການ​ເຄື່ອນ​ໄຫວ​ນີ້​ສະ​ແດງ​​ໃຫ້​ເຫັນຈິດ​ໃຈ​ຢູ່​ໃນ​ສິນ​ກິນ​ໃນ​ທຳ ​ແລະ ນ້ຳ​ໃຈ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຂອງ​ສະມາຄົມ​ພຸດທະ​ສາສະໜາ​ນະຄອນ ​ໂຮ່ຈີ​ມິນ. ທ່ານ ຮິ່ງງອກ​ແທ່ງ, ຮອງ​ຫົວໜ້າ​ພະ​ແນ​ກວຽກ​ງານ​ພາຍ​ໃນ, ຫົວໜ້າ​ຄະນະ​​ສາສະໜາ ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ຄະນະ​ບໍລິຫານ​ງານ​ສະມາຄົມ​ພຸດທະ​ສາສະໜາ ນະຄອນ ດ້ວຍ​ຈິດ​ໃຈ​ເມດ​ຕາ​ກະລຸນາຂອງ​ພະສົງຈະຕັດສິນ​ໃຈ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ. ​ແລະ​ດ້ວຍ​ຄວາມ​ສາມາດ, ພຸມ​ປັນຍາ​ຂອງ​ຕົນ​ສະມາຄົມ​ພຸດທະສາ​ສະໜາ ນະຄອນ ຈະເປັນ​ຂົວ​ຕໍ່​ລະຫວ່າງ​ອຳນາດ​ການ​ປົກຄອງ​ນະຄອນ​ກັບ​ບັນດາ​ພະສົງ​ສາມະ​ເນ​ນ, ພຸດທະ​ສາສະ​ນິກກະ​ຊົນ ​ແລະ ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ​ເພື່ອ​ສ້າງຊື່​ສຽງ​ທີ່​ດີ​ໃຫ້​​ແກ່ພຸດທະ​ສາສະໜາ ນະຄອນ​ໃນ​​​ໄລ​ຍະ​ຈະ​ມາ​ເຖິງ.”

ຂ່າວ/ບົດ​ອື່ນ