ພິທີກວດການເດີນຂະບວນສວນສະໜາມເນື່ອງໃນໂອກາດວັນໄຊຊະນະຟາດຊິດຢູ່ລັດເຊຍ

(VOVWORLD) -ວັນທີ 07 ພຶດສະພາ, ຢູ່ຈະຕຸລັດແດງ, ນະຄອນຫຼວງມົດສະກູ, ປະເທດລັດເຊຍ ໄດ້ດຳເນີນພິທີກວດຄັ້ງສຸດທ້າຍສຳລັບການເດີນຂະບວນສວນສະໜາມສະເຫຼີມສະຫຼອງ 74 ປີແຫ່ງວັນໄຊຊະນະຟາດຊິດ ຂອງປະຊາຊົນ ໂຊວຽດ, ກະກຽມໃຫ້ພິທີທາງການເຊິ່ງຈະດຳເນີນໃນວັນທີ 09 ພຶດສະພາ.

ພິທີກວດການເດີນຂະບວນສວນສະໜາມເນື່ອງໃນໂອກາດວັນໄຊຊະນະຟາດຊິດຢູ່ລັດເຊຍ - ảnh 1(ພິທີກວດການເດີນຂະບວນສວນສະໜາມເນື່ອງໃນໂອກາດວັນໄຊຊະນະຟາດຊິດຢູ່ລັດເຊຍ)

ພິທີກວດດັ່ງກ່າວໄດ້ແບ່ງເປັນ 2 ພາກສ່ວນ, ພາກທີ 1 ແມ່ນພິທີເດີນຂະບວນສະແດງກ້ອນກຳລັງຂອງບັນດາກຸ່ມທະຫານເປັນຕົວແທນໃຫ້ບັນດາກຳລັງປະກອບອາວຸດຂອງລັດເຊຍ, ຖັດມາແມ່ນການສວນສະໜາມສະແດງກຳລັງແຮງຂອງບັນດາອາວຸດທະພັນ, ເຄື່ອງອຸປະກອນດ້ານການທະຫານໜ້າດິນ ລວມມີບັນດາອາວຸດທີ່ສ້າງໄຊຊະນະປະຫວັດສາດເມື່ອປີ 1945 ແລະ ບັນດາເຄື່ອງອຸປະກອນກ້າວໜ້າ, ທັນສະໄໝອື່ນ. ພາກທີ 2 ແມ່ນການສະແດງກຳລັງຂອງກອງທັບອາກາດ ດ້ວຍການເຂົ້າຮ່ວມຂອງເຮືອບິນ 74 ລຳ, ເຮືອບິນເອລີກອບເຕີທັນສະໄໝ ຂຶ້ນກັບກຳລັງກອງທັບອາກາດລັດເຊຍ, ເຊິ່ງເປັນສັນຍາລັກໃຫ້ແກ່ 74 ປີແຫ່ງໄຊຊະນະ.

ຕອບກັບ

ຂ່າວ/ບົດ​ອື່ນ