ພິທີງານສົບ ພົນເອກຫວໍຫງວຽນຢາບ ຢ່າງເປັນທາງການ

(vovworld) - ວັນ​ທີ 12 ຕຸລາ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ສະພາ​ແຫ່ງ​ຊາດ​ ສສ ຫວຽດນາມ, ປະທານ​ປະ​ເທດ ສສ ຫວຽດນາມ, ລັດຖະບານ ​ສສ ຫວຽດນາມ ໄດ້ຈັດພິທີງານ​​ສົບພົນ​ເອກ​ຫວໍ​ຫງວຽນ​ຢາ​ບຕາມ ​ພິທີ​​ສະການລະດັບ​ຊາດ​ ຢູ່​ຫໍສົບ​ແຫ່ງ​ຊາດ ​ເຈີ​ນ​ແທງ​ຕົງ, ຮ່າ​ໂນ້ຍ, ​ກ່າວ​ຄຳ​ເຫັນເລີ່​ມພິທີຢ່າງ​ເປັນ​ທາງ​ການ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຫົວ​ໜ້າ​ຄະນະຈັດ​ຕັ້ງພິທີງານ​ສົບ ພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ເນັ້ນ​ໜັກ​ວ່າ.

   “​ໃນ​ຕະຫຼອດ​ຊີ​ວິດແຫ່ງ​ການ​ປະຕິວັດກວ່າ​ 80 ປີ, ພົນ​ເອກ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​​ໃຫ້​ແກ່ພາລະກິດ​ປະຕິວັດ​ຂອງ​ພັກ ​ແລະ ຊາດ, ​​ເປັນ​ລູກສິດ​ທີ່​ດີ​​ເດັ່ນ​ ​ແລະ ​ໃກ້​ຊິດຂອງປະທານ​ໂຮ່ຈິ​ມິນ, ​ແມ່ນ​ພົນ​ເອກ​ຜູ້ທຳ​ອິດ ​ແລະ ​ເປັນ​ຜູ້ບັນຊາ​ການ​ສູງ​ສຸດ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ. ພົນ​ເອກ​​ໄດ້​ຮັບ​ການ​ເຄົາລົບ​ນັບຖື​ຈາກປະຊາຊົນ ​ແລະ ​ເພື່ອ​ນມິດສາ​ກົນ, ​ແມ່ນ​ຄວາມ​ເອກອ້າງ​ຖະນົງ​ໃຈ​ຂອງ​ພະນັກງານ, ນັກຮົບ​ລຸ່ນ​ຕ່າງໆໃນ​ທົ່ວ​ກອງທັບ. ພົນ​ເອກ​ໄດ້​ຮັບຫຼຽນ​ໄຊ​ດາວ​ຄຳ, ຫຼຽນ​ໄຊ ​ໂຮ່ຈິ​ມິນ, ຫຼຽນ​ກາ 70 ປີ​ທີ່​ເປັນ​ສະມາຊິກ​ພັກ ແລະ ບັນດາ​ຫຼຽນ​ໄຊ, ຫຼຽນ​ກາ​ສູງ​ສົ່ງ​ອື່ນໆ​ຈາກ​ພັກ ​ແລະ ລັດ. ພົນ​ເອກ​ລ່ວງ​ລັບ​ໄປ​ການ​ສູນຄວາມ​ເສຍ​ຢ່າງ​ໃຫຍ່​ຫຼວງ​ສຳລັບ​ພັກ, ລັດ, ປະຊາຊົນ ​ແລະ ກອງທັບ​ຫວຽດນາມ.”


ພິທີງານສົບ ພົນເອກຫວໍຫງວຽນຢາບ ຢ່າງເປັນທາງການ - ảnh 1
(ທ່າ​ນ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຫງວຽນ​ຟຸ໋ຈ້ອງ
ນຳ​ໜ້າຄະນະ​ຜູ້​ແທນ ເຂົ້າວາງພວງມາລາອາເຖິງດວງວິນຍານ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ)


ພາຍຫຼັງ​ຄຳ​ເຫັນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຄະນະ​ຜູ້​ແທນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່າ​ນ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຫງວຽນ​ຟຸ໋ຈ້ອງ ນຳ​ໜ້າ; ຄະນະ​ປະທານ​ປະ​ເທດ ສສ ຫວຽດນາມ ​ໂດຍ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ນຳ​ໜ້າ; ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ​ໂດຍ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເປັນ​ຫົວໜ້າ​ຄະນະ; ຄະນະ​ຜູ້​ແທນ​ລັດຖະບານ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ເປັນ​ຫົວໜ້າ​ຄະນະ, ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ສູນ​ກາງ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໂດຍ​ທ່ານ ຫວູຈ້ອງ​ກິມ, ຮອງ​ປະທານ ທັງ​ເປັນ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ນຳ​ໜ້າ​ໄດ້​ເຂົ້າ​ໄຫວ້​ອາ​ໄລ​ຕາມ​ລຳດັບ. ບັນດາ​ຄະນະ​ຜູ້​ແທນ​ລ້ວນ​ແຕ່ສະຫງວນ​ເວລາ 1 ນາ​ທີ່​ເພື່ອ​ໄຫວ້​ອາ​ໄລ​ ​ພົນ​ເອກ ຫວໍ​ງວຽນ​ຢາ​ບ.


ພິທີງານສົບ ພົນເອກຫວໍຫງວຽນຢາບ ຢ່າງເປັນທາງການ - ảnh 2
(​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງນຳ​ໜ້າຄະນະ​ຜູ້​ແທນ
ໄຫວ້​ອາ​ໄລ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ)

​ໃນ​ປື້​ມສະມຸດໄຫວ້ອາໄລທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ລ້ວນ​ແຕ່​ສະ​ແດງ​ຄວາມ​​​ໂສກ​ເສຍດາຍ​ຕໍ່ພົນ​ເອກ ຫວໍ​ງວຽນ​ຢາ​ບ, ການ​ນຳ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ, ​ແມ່ນ​ລູກສິດທີ່​ດີ​​ເດັ່ນ ​ແລະ ​ໃກ້​ຊິດ​ຂອງປະທານ​​ໂຮ​ຈິ​ມິນ, ​ເປັນ​ອ້າຍ​ກົກ​ຂອງ​ກອງທັບ​ປະຊາຊົນຫວຽດນາມ ວິລະ​ຊົນ. ບັນດາ​ການ​ນຳ​ພັກ, ລັດ ລ້ວນ​ແຕ່​ຢືນຢັນວ່າ ພົນ​ເອກ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ພາລະກິດ​ປະຕິວັດ​ຂອງ​ພັກ ​ແລະ ຊາດ, ພົນ​ເອກ​ແມ່ນ​ແບບຢ່າງ​ຄຸນ​ສົບ​ບັດ​ອັນ​ສົດ​​ໃສ, ​​​ເປັນແບບຢ່າງ​, ສະຫງວນ​ຕະຫຼອດ​ຊີວິດ​ຂອງ​ຕົນ​ໃຫ້​ແກ່​ພັກ, ປະຊາຊົນ ​ແລະ ປະ​ເທດ​ຊາດ. ຊື່​ສຽງ​ຂອງ​ທ່ານ​ພົນ​ເອກ ຈະ​​ໄດ້​ຮັກສາ​​ໄວໃນ​ປະ​ຫວັດສາດຂອງ​ຊາດ​ຕະຕະຫຼອດ​ໄປ, ​ແມ່ນ​ສັນຍາ​ລັກ​ທີ່​ດີ​ເດັ່ນ​ຂອງ​ລັດທິ​ວິລະ​ຊົນ​ປະຕິວັດ​ຫວຽດນາມ. ຕໍ່ໜ້າດວງວິນ​ຍານພົນ​ເອກ, ບັນດາ​ການ​ນຳ​ພັກ, ລັດ ໝັນ​ໝາຍຈະ​ພ້ອມ​ກັບ​ທົ່ວພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນຮ່ວມ​ແຮງ​ຮ່ວມ​ໃຈ, ກໍ່ສ້າງ​ພັກ​​ໃຫ້​ປອດ​ໄສ, ​ໝັ້ນຄົງເຂັ້ມ​ແຂງ, ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ ສັງຄົມ​ນິຍົມ ຢ່າ​ງໝັ້ນຄົງ.


ພິທີງານສົບ ພົນເອກຫວໍຫງວຽນຢາບ ຢ່າງເປັນທາງການ - ảnh 3
(​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ນຳ​ໜ້າຄະນະ​ຜູ້​ແທນເຂົ້າວາງພວງມາລາອາເຖິງດວງວິນຍານພົນ​ເອກ​ຫວໍ​ງວຽນ​ຢາ​ບ)


ພິທີງານສົບ ພົນເອກຫວໍຫງວຽນຢາບ ຢ່າງເປັນທາງການ - ảnh 4
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
ນຳ​ໜ້າຄະນະ​ຜູ້​ແທນໄຫວ້​ອາ​ໄລ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ)

   ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ຄະນະ​ພັກ​ການ​ທະຫານ​ສູນ​ກາງ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ; ບັນດາ​ອະດີດ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ ​ໄດ້​ເຂົ້າ​ວາງພວງມາລາດວງວິນຍານພົນ​ເອກ ຫວໍ​ງວຽນ​ຢາ​ບ; ອົງຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ ​ແລະ ກະຊວງ​ຕຳຫຼວດ, ຄະນະ​ພັກ​ນະຄອນ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ ​ ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດນະຄອນ​ຮ່າ​ໂນ້ຍ; ຄະນະ​ອະດີດ​ນັກຮົບ​ຫວຽດນາມ ​ໄດ້​ເຂົ້າ​ວາງພວງມາລາດວງວິນຍານ​ພົນ​ເອກ​ຫວໍ​ງວຽນ​ຢາບ.

      ຕອນເຊົ້າ​ວັນ​ດຽວ​ກັນ, ມີ​ຄະນະ​ຜູ້​ແທນ​ສາກົນ 4 ຄະນະ ​ເຂົ້າ​ວາງພວງມາລາດວງວິນຍານພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ລວມມີ: ຄະນະ​ຜູ້​ແທນ​ພັກ, ລັດ ​ແລະ ກອງທັບ ສປປລາວ ​ໂດຍ​ທ່ານ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ຊອນ ນຳ​ໜ້າ.

ພິທີງານສົບ ພົນເອກຫວໍຫງວຽນຢາບ ຢ່າງເປັນທາງການ - ảnh 5
(​ທ່ານ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ຊອນ
ນຳ​ໜ້າຄະນະ​ຜູ້​ແທນສປປລາວ ເຂົ້າ​ວາງພວງມາລາດວງວິນຍານ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ)

 ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຫ່ງ​ລະ​ຊະ​ອານາຈັກ​ກຳປູ​ເຈຍ ​ໂດ​ຍທ່ານ​ປະທານ​ພັກ​ປະຊາຊົນ​ກຳ​ປູ້​ເຈຍ, ປະທານ​ສະພາ​ແຫ່ງ​ຊາດ Heng Samrin ນຳ​ໜ້າ

ພິທີງານສົບ ພົນເອກຫວໍຫງວຽນຢາບ ຢ່າງເປັນທາງການ - ảnh 6
ທ່ານ​ປະທານ​ພັກ​ປະຊາຊົນ​ກຳ​ປູ້​ເຈຍ, ປະທານ​ສະພາ​ແຫ່ງ​ຊາດ Heng Samrin
ນຳ​ໜ້າຄະນະ​ຜູ້​ແທນກຳປູເຈຍ ເຂົ້າ​ວາງພວງມາລາດວງວິນຍານ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ)

    ຄະນະ​ຜູ້​ແທນ Algeri ​ແລະ ​Mozambique ​ໂດຍ​ຜູ້ຕາງໜ້າ​ກະຊວງ​ອະດີດ​ນັກຮົບ​ນຳ​ໜ້າ. ຕອນ​ເຊົ້າ​ວັນ​ທີ 12 ຕຸລາ, ມີ​ເອກ​ອັກຄະ​ລັດຖະທູດ, ອຸປະ​ທູດ​ຕ່າງ​ປະ​ເທດ​ເກືອບ 100 ທ່ານ​ທີ່​ຕາງໜ້າ​​ໃຫ້ບັນດາ​ອົງການ​ສາກົນ, ຄະນະ​ຜູ້​ແທນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ເຂົ້າ​ວາງພວງມາລາດວງວິນຍານ​ພົນ​ເອກ. ບັນດາ​ຄະນະ​ຜູ້​ແທນ​ມາ​ຈາກ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ກໍ່​ເຂົ້າ​ໄຫວ້​ອາ​ໄລ​ພົນ​ເອກ.

ພິທີງານສົບ ພົນເອກຫວໍຫງວຽນຢາບ ຢ່າງເປັນທາງການ - ảnh 7
(ພິທີງານສົບ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ
ຢູ່ຫໍ​ປະຊຸມ​ເອກະ​ພາບ​ນະຄອນ​ໂຮ່ຈິ​ມິນ)

        ກົງ​ກັບ​ເວລາ​ທີ່​ຈັດພິທີງານ​ສົບ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ ຢູ່​ຮ່າ​ໂນ້ຍນັ້ນ, ຢູ່​ສຳນັກງານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ບິ່ງ, ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ພົນ​ເອກ ​ແລະ ຫໍ​ປະຊຸມ​ເອກະ​ພາບ​ນະຄອນ​ໂຮ່ຈິ​ມິນ ​ກໍ່​ຄືບັນດາ​ທ້ອງ​ຖິ່ນ​ອື່ນໆ​ຄື: ຕວຽນ​ກວາງ, ດ້ຽນບຽນ, ກາວ​ບັ່ງ, ​ເກີນ​ເທີ, ​ເມືອງ​ເກາະ​ເຈື່ຶອງຊາ (​ແຄ໋ງຮ່ວາ) ກໍ່​ດຳ​ເນີນ​ພິທີງານສົບ​ພົນ​ເອກ ​ເຊັນ​ດຽວ​ກັນ, ປະຊາຊົນຫຼາຍ​ຄົນ​ໄດ້​ສະ​ແດງ​ຄວາມ​​ໂສກ​ເສຍດາຍ, ​ເຄົາລົບ, ນັບຖືຕໍ່​ເພີ່ນ. ​ເພື່ອນ​ໜຸ່ມ​ຜູ້​ນຶ່ງ ຢູ່​ຕາ​ແສງ ​ເຕີນ​ຈ່າວ (​ແຂວງ​ຕວຽນ​ກວາງ) ​ໃຫ້​ຮູ້​ວ່າ.

        ສຳລັບ​ນ້ອງ​ແລ້ວ, ອາລົມ​ຈິດ​ທີ່​ມີ​ຕໍ່​ພົນ​ເອກ ​ແມ່ນ​ບໍ່​ອາດ​ເວົ້າ​ສຸດ​ຄວາມ​​ໄດ້​, ນັ້ນ​ແມ່ນ​ຄວາມ​ເຄົາລົບນັບຖື, ຄວາມຮູ້​ບຸນຄຸນ. ພວກ​ນ້ອງ​ເປັນ​ລຸ່ນ​ໜຸ່ມ ບໍ່​ທັນ​ໄດ້​ພົບ​ກັບ​ພົນ​ເອກຈັກ​ເທື່ອ, ພຽງ​ແຕ່​ຮູ້ຈັກ​ບຸນຄຸນ​ຂອງ​ເພີ່ນຜ່ານ​ການ​ເລົ່າ​ເລື່ອງ​ຂອງ​ພໍ່​ແມ່ນ, ປຸ່ຍາ, ຕາ​ຍາຍ​ເທົ່າ​ນັ້ນ. ນ້ອງ​ໝັ້ນ​ໝາຍວ່າ ຈະ​ຈົດ​ຈຳ​ບຸນຄຸ​ນຂອງ​ພົນ​ເອກ ​ແລະ ​ພະຍາຍາມ​ຮໍ່າຳ່ຮຽນ​ເພື່ອ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ”.

        ອ້າຍ ​ໂຕ​ດຶກ​ວິ​ງ, ຊາວ​ຕາ​ແສງ Ea Tam, ນະຄອນ ບວນມາ​ທວດ (​ແຂວງ​ດັກ​ລັກ) ​ແບ່ງປັນ​ວ່າ.

        “ຄອບຄົວ​ຂ້າພະ​ເຈົ້າ ​ໄດ້ພາລູກ​ເຂົ້າ​ໄຫວ້​ອາ​ໄລ​ພົນ​ເອກ. ຄອບຄົວ​ຂ້າພະ​ເຈົ້າ​ໄດ້​ສອນ​ໃຫ້​ລຸກ​ຫຼານ​ເຂົ້າ​ໃຈ​ກ່ຽວ​ກັບ​ວິລະ​ກຳແຫ​ງ່ການ​ສູ້​ຮົບ​ຂອງ​ພົນ​ເອກ ກໍ່​ຄື​ທະຫານ​ລຸ່ງ​ໂຮ່ ​​ເພື່ອ​ປົດ​ປ່ອຍ​ຊາດ”

ພິທີງານສົບ ພົນເອກຫວໍຫງວຽນຢາບ ຢ່າງເປັນທາງການ - ảnh 8

        ພົນ​ເອກ ຫວໍ​ງວຽນ​ຢາ​ບ, ອະດີດ​ກຳມະການ​ກົມ​ການ​ເມືອງ, ອະດີດ​ເລຂາ​ຄະນະ​ພັກ​ການທະຫານ​ສູນ​ກາງ, ອະດີດ​ຮອງ​ນາຍົກລັດຖະມົນຕີຜູ້​ປະຈຳການ​ລັດຖະບານ, ອະດີດ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ​ເລ​ຂາ​ທິການ​ໃຫຍ່​ກອງທັບປະຊາຊົນ​ຫວຽດນາມ; ສະມາຊິກ​ສະພາ​ແຫ່ງ​ຊາດ​​ແຕ່​ຊຸດ​ທີ 1 ຫາ​ຊຸດ​ທີ 7 ​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ໃນ​ວັນ​ທີ 04 ຕຸລາ 2013, ​ອາຍຸຍື່ນ 103 ປີ.

        ຄະນະ​ກຳ​ມະ​ການພິທີງານ​ສົບ ພົນ​ເອກ​ຫວໍ​ງວຽນ​ຢາ​ບ ລວມມີ 30 ທ່ານ ​ໂດຍ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ ​ເປັນ​ຫົວໜ້າ​ຄະນະ. ​ເລີ່​ມ​ແຕ່​ເວລາ 12 ​ໂມງ ວັນ​ທີ 11 ຕຸລາ 2013, ບັນດາ​ສຳນັກງານ, ບ່ອນ​ສາ​ທະ​ລະນະຢູ່​ຫວຽດນາມ ​ລ້ວນ​ແຕ່​ຊັກທຸງ​ລົງເຄິ່ງ​ເສົາ, ທຸກໆ​ການ​ລະ​ຫຼີ້ນ​ໄດ້​ຢຸດຕິ​ຊົ່ວຄາວ​ຮອດ​ເວລາ 12 ​ໂມງ ວັນ​ທີ 13 ຕຸລາ 2013 ​ເພື່ອ​ຕອນ​ບຸນ​ແທນ​ຄຸນ​ພົນ​ເອກ.

ຂ່າວ/ບົດ​ອື່ນ