ພິ​ທີ​ຊັກ​ທຸງ ແລະ ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ ອາ​ຊຽນ ຄົບ​ຮອບ 56 ປີ ຈັດ​ຂຶ້ນ​ຢູ່ຫຼາຍ​ປະ​ເທດ

(VOVWORLD) - ວັນທີ 08 ສິງຫາ, ພິທີຊັກທຸງ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄົບຮອບ 56 ປີ (08/08/1967 – 08/08/2023)  ຖືກຈັດຂຶ້ນຢູ່ຫຼາຍປະເທດ. ຢູ່ສະຫະພັນ ລັດເຊຍ, ພິທີດັ່ງກ່າວ ໄດ້ຈັດຂຶ້ນຢູ່ ເຂດອະເນກປະສົງ ຮ່າໂນ້ຍ - ມົດສະກູ (INCENTRA), ຢູ່ນະຄອນຫຼວງ ມົດສະກູ, ພາຍໃຕ້ການເປັນປະທານຂອງສະຖານທູດ ອິນໂດເນເຊຍ, ເຊິ່ງເປັນປະເທດປະທານໝູນວຽນ ອາຊຽນ. ໃນເຫດການດັ່ງກ່າວ, ຜູ້ຕາງໜ້າ 10 ປະເທດສະມາຊິກ ອາຊຽນ ກໍໄດ້ແນະນຳອາຫານພື້ນເມືອງ, ກໍຄືບັນດາວັດຖຸພັນວັດທະນະທຳທີ່ເປັນເອກະລັກຂອງຊາດຕົນ.
ພິ​ທີ​ຊັກ​ທຸງ ແລະ ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ ອາ​ຊຽນ ຄົບ​ຮອບ 56 ປີ ຈັດ​ຂຶ້ນ​ຢູ່ຫຼາຍ​ປະ​ເທດ - ảnh 1 ພິທີຊັກທຸງ (ພາບ: TTXVN)

ປີນີ້ ກໍເປັນປີທຳອິດພິທີຊັກທຸງ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຄົບຮອບ 56 ປີ ໄດ້ຈັດຂຶ້ນຢູ່ ອາເມລິກາ. ຜູ້ຕາງໜ້າປະເທດປະທານ ອາຊຽນ, ທ່ານ Winanto Adi, ຫົວໜ້າສະຖານກົງສູນໃຫຍ່ ອິນໂດເນເຊຍ ປະຈຳ ນິວຢອກ ໄດ້ເນັ້ນໜັກວ່າ ເຫດການດັ່ງກ່າວໄດ້ສະແດງໃຫ້ເຫັນກຳລັງແຮງ ແລະ ການປະກົດຕົວນັບມື້ນັບເດັ່ນຊັດຂອງ ອາຊຽນ ຢູ່ ນິວຢອກ ນັບທັງດ້ານການເມືອງ, ວັດທະນະທຳ ແລະ ເສດຖະກິດຂອງ ອາຊຽນ ຢູ່ ນິວຢອກ. ກໍໃນຕອນຄ່ຳຂອງວັນດຽວກັນ, ຢູ່ ເຊັກໂກ, ຄະນະກຳມະການ ອາຊຽນ ປະຈຳ Praha (ACP)  ໄດ້ຈັດພິທີສະເຫຼີມສະຫຼອງດ້ວຍບັນດາກິດຈະກຳທີ່ສະແດງໃຫ້ເຫັນມູນເຊື້ອ ແລະ ຄວາມເປັນເອກະລັກສະເພາະຂອງບັນດາປະເທດ ອາຊຽນ. ທ່ານ ຖາຍຊວັນຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເຊັກໂກ ຖືວ່າ:

        “ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາຂອງ ອາຊຽນ, ເພື່ອເປົ້າໝາຍຮັກສາສະພາບແວດລ້ອມສັນຕິພາບ ເພື່ອສ້າງສາ, ພັດທະນາເສດຖະກິດ. ຫວຽດນາມ ພວມມານະພະຍາຍາມ ພ້ອມກັບບັນດາປະເທດ ອາຊຽນ ເພື່ອສ້າງ ອາຊຽນ ສາມັກຄີ, ວັດທະນາຖາວອນ, ເປັນໃຈກາງຂອງເພື່ອນມິດ ແລະ ຄູ່ຮ່ວມມື, ປະກອບສ່ວນສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາເສດຖະກິດຂອງພາກພື້ນ ແລະ ໃນໂລກ.”

        ກໍໃນວັນທີ 8 ສິງຫາ, ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຖືກຈັດຂຶ້ນຢູ່ ໂຮນລັງ ແລະ ເວເນຊູເອລາ…  ນັກຂ່າວ VOV ປະຈຳ ອາເມລິກາ, ລັດເຊຍ, ເຊັກໂກ

ຕອບກັບ

ຂ່າວ/ບົດ​ອື່ນ