ພິ​ທີ​​ຊັກ​ທຸງຂຶ້ນ​ເສົາສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ ອາ​ຊຽນ ຄົບ​ຮອບ 57 ປີ

(VOVWORLD) - ທ່ານຮອງລັດຖະມົນຕີ ການຕ່າງປະເທດ ໂດ໊ຮຸ່ງຫວຽດ ກໍເນັ້ນໜັກເຖິງບຸລິມະສິດຂອງ ຫວຽດນາມ ສຳລັບ ອາຊຽນ, ໂດຍຖືວ່າ ອາຊຽນ ຍາມໃດກໍມີທີ່ຕັ້ງຍຸດທະສາດໃນທຸກການເຄື່ອນໄຫວການຕ່າງປະເທດຂອງ ຫວຽດນາມ.
ພິ​ທີ​​ຊັກ​ທຸງຂຶ້ນ​ເສົາສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ ອາ​ຊຽນ ຄົບ​ຮອບ 57 ປີ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ກ່າວຄຳເຫັນໃນພິທີຊັກທຸງຂຶ້ນເສົາ (ພາບ: VOV)

ຕອນເຊົ້າວັນທີ 08 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດພິທີຊັກທຸງຂຶ້ນເສົາ ອາຊຽນ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຄົບຮອບ 57 ປີ (8 ສິງຫາ 1967 – 8 ສິງຫາ 2024). ໂດຍເປັນປະທານພິທີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ, ຫົວໜ້າ SOM ASEAN ຫວຽດນາມ, ຢັ້ງຢືນວ່າ:

        “ພວກເຮົາຮັບປະກັນໄດ້ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ເຊິ່ງກ່ອນນີ້ເຄີຍຖືກສົງຄາມ ແລະ ປະທະກັນ. ພວກເຮົາສ້າງໄດ້ພື້ນຖານເສດຖະກິດທີ່ມີລັກສະນະເຊື່ອມໂຍງສູງດ້ວຍການພັດທະນາແບບຍືນຍົງ ແລະ ກວມລວມ, ສ້າງສັງຄົມໂດຍຖືປະຊາຊົນເປັນໃຈກາງ. ນີ້ກໍແມ່ນປັດໄຈສຳຄັນໃນສະພາບການໂລກປັດຈຸບັນ. ປັດຈຸບັນ, ອາຊຽນ ແມ່ນຮູບແບບຮ່ວມມື ແລະ ເຊື່ອມໂຍງໃນພາກພື້ນ. ດ້ວຍວິໄສທັດຍຸດທະສາດ, ໄດ້ຮັບການຊຸກຍູ້ດ້ວຍຄວາມສາມັກຄີຂອງທຸກປະເທດສະມາຊິກ, ອາຊຽນ ພວມເພີ່ມທະວີບົດບາດເປັນໃຈກາງ ແລະ ຕັດສິນໃຈເພື່ອພາກພື້ນ ອາຊຽນ ຍືນຍົງ, ປ່ຽນແປງໃໝ່, ຖືປະຊາຊົນເປັນໃຈກາງ”.

        ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ການຕ່າງປະເທດ ໂດ໊ຮຸ່ງຫວຽດ ກໍເນັ້ນໜັກເຖິງບຸລິມະສິດຂອງ ຫວຽດນາມ ສຳລັບ ອາຊຽນ, ໂດຍຖືວ່າ ອາຊຽນ ຍາມໃດກໍມີທີ່ຕັ້ງຍຸດທະສາດໃນທຸກການເຄື່ອນໄຫວການຕ່າງປະເທດຂອງ ຫວຽດນາມ. ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ຮ່ວມມືກັບບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມື ເພື່ອຊຸກຍູ້ພາກພື້ນສັນຕິພາບ ແລະ ເຂັ້ມແຂງ, ນຳພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ກາຍເປັນພາກພື້ນແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ສະຖຽນລະພາບຢ່າງແທ້ຈິງ.


ຕອບກັບ

ຂ່າວ/ບົດ​ອື່ນ