ພິ​ທີ​ຊັກ​ທຸງສະ​ເຫຼີມ​ສະ​ຫຼອງ 53 ປີ​ແຫ່ງວັນ​ສ້າງ​ຕັ້ງ​ອາ​ຊຽນ

(VOVWORLD) - ຕອນເຊົ້າວັນທີ 7 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດພິທີຊັກທຸງສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ ແລະ 25 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອົງການນີ້ຢ່າງເປັນທາງການ.
ພິ​ທີ​ຊັກ​ທຸງສະ​ເຫຼີມ​ສະ​ຫຼອງ 53 ປີ​ແຫ່ງວັນ​ສ້າງ​ຕັ້ງ​ອາ​ຊຽນ - ảnh 1

ພິທີຊັກທຸງອາຊຽນ (ພາບ: nhandan.com.vn)

    ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິນມິນ ເປັນປະທານພິທີ. ເຂົ້າຮ່ວມພິທີຍັງມີຜູ້ຕາງໜ້າບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງ; ເອກອັກຄະລັດຖະທູດ, ອຸປະທູດຊົ່ວຄາວບັນດາປະເທດອາຊຽນ ແລະ ຄູ່ຮ່ວມມືຂອງອາຊຽນ ປະຈຳຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິນມິນ ກ່າວວ່າ:

  ຂ້າພະເຈົ້າຢາກເນັ້ນໜັກວ່າ ອະນາຄົດຂອງອາຊຽນ ແມ່ນຈະມີຄວາມສົດໃສທີ່ສຸດ. ດ້ວຍທິດນຳທີ່ວ່າ “ຈິນຕະນາການປະຊາຄົມ, ການກະທຳຂອງປະຊາຄົມ”, ຫວຽດນາມ ຈະສືບຕໍ່ສົມທົບກັບບັນດາປະເທດອາຊຽນ ຢ່າງແໜ້ນແຟ້ນ ກໍ່ຄືບັນດາປະເທດຄູ່ຮ່ວມມື ແລະ ປະຊາຄົມສາກົນ ພ້ອມກັນສ້າງປະຊາຄົມອາຊຽນ ແຫ່ງຄວາມສາມັກຄີ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ຕອບກັບ

ຂ່າວ/ບົດ​ອື່ນ